ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດຕ້ານພະຍາດໂຄວິດກອງທັບປະຊາຊົນຫວຽດນາມ
ເຂົ້າພົບປະແລກປ່ຽນບົດຮຽນດ້ານວິຊາການຢູ່ສະຖາບັນອະນາໄມກັນພະຍາດ
ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວ


     ໃນຕົ້ນເດືອນ ເມສາ 2020 ນີ້ ທ່ານ ພົນຈັດຕະວາ ຫວຽນ ຮຸງ ຖັງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະທີມງານສະເພາະກິດ
ຕ້ານພະຍາດໄວຣັດອັກເສບປອດສາຍພັນໃໝ່ COVID-19, ເຊິ່ງຕິດຕາມໂດຍ ສະຫາຍ ພັນເອກ ຄໍາຜາຍ ຜັນສິລິ ຮອງຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບປະຊາ
ຊົນລາວ ໄດ້ເຂົ້າພົບປະແລກປ່ຽນບົດຮຽນທາງດ້ານວິຊາການຢູ່ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ໂດຍມີສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນ
ຕີ ຫົວໜ້າການທະຫານສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ພ້ອມດ້ວຍຄະນະ.

     ການພົບປະກັນໃນຄັ້ງນີ້ພາຍຫຼັງທີ່ຄະນະຜູ້ແທນໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມຕໍ່ຝ່າຍລາວຊາບແລ້ວ ທາງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ
ກອງທັບປະຊາຊົນລາວໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນດ້ານບຸກຄະລາ
ກອນ, ວິຊາການ, ພາຫະນະເຕັກນິກ,ເຄຶ່ອງມືອຸປະກອນການແພດຕ່າງໆເພຶ່ອປະຕິບັດການປ້ອງກັນ ແລະ ຕອບໂຕ້ກັບການແຜ່ລະບາດຂອງເຊຶ້ອພະຍາດໄວຣັດອັກເສບປອດສາຍ
ພັນໃໝ່ໂຄວິດ-19 ທີ່ມີທ່າອ່ຽງອາດຈະເກີດການລະບາດຂຶ້ນໃຫ້ຄະນະຜູ້ແທນຮັບຮູ້, ຈາກນັ້ນຝ່າຍຄະນະຜູ້ແທນໄດ້ສະເໜີແລກປ່ຽນບົດຮຽນທາງດ້ານວິຊາການວຽກງານສະເພາະ
ກິດປ້ອງກັນ ແລະ ຕອບໂຕ້ກັບພະຍາດໂຄວິດ-19 ຂອງກອງທັບປະຊາຊົນຫວຽດນາມສູ່ຝ່າຍກອງທັບປະຊາຊົນລາວ, ເຊິ່ງຝ່າຍຫວຽດນາມໄດ້ຊີ້ນໍາເນັ້ນໜັກດ້ານການຍົກສູງສະ
ຕິຄວາມຮັບຜິດຊອບດ້ານວິຊາການ, ສະເໜີຖອດຖອນບົດຮຽນປະສົບປະການທີ່ມີໝາກຜົນສໍາເລັດໃນການຈັດຕັ້ງນໍາພາປະຕິບັດການເຮັດວຽກຂອງຄະນະສະເພາະກິດຕ້ານພະ
ຍາດໄວຣັດອັກເສບປອດສາຍພັນໃໝ່ ໂຄວິດ-19 ຂອງຫວຽດນາມໃນໄລຍະຜ່ານມາເພຶ່ອຖ່າຍທອດໃຫ້ຄະນະສະເພາະກິດຂອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະ
ພາບກອງທັບປະຊາຊົນລາວໃນນາມທີ່ເປັນໜ່ວຍງານໜຶ່ງທີ່ໄດ້ຮັບການມອຍໝາຍຮັບຜິດຊອບເຄຶ່ອນໄຫວຽກງານຕອບໂຕ້ພະຍາດໂຄວິດ-19 ຂອງຝ່າຍກອງທັບປະຊາຊົນລາວເອົາ
ໄປນໍາໃຊ້ໃຫ້ໄດ້ຮັບໝາກຜົນຕາມການມອບໝາຍ.