ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດສະໄໝທີ V ຮອບ ທີ II

.
ສະຫາຍພົນຈັດຕະວາພູມີດາລາເພັດຫົວໜ້າ ກົມພະນັກງານກົມໃຫຍ່ການການເມືອງກອງທັບເປັນປະທານ

     ໃນວັນທີ 14 ພຶດສະພາ ນີ້, ຢູ່ທີ່ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ ສະໄໝທີ V ຮອບ ທີ II. ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າ ກົມພະນັກງານ ກົມໃຫຍ່ການ
ເມືອງກອງທັບ ທັງເປັນຫົວໜ້າຄະນະທາບທາມ, ມີຄະນະພັກ - ຄະນະບັນຊາ ແລະ ພະນັກງານສະມາຊິກພັກຈາກ 4 ກົມກອງຄື: ໂຮງງານປະສານ ເຫຼົ່າຫຼວງພະບາງ, ໂຮງ
ໝໍບໍລິເວນ 107, ສານທະຫານພາກເໜືອ, ໄອຍາການພາກເໜືອ ເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ພະນັກງານ, ສະມາຊິກພັກ, ຈົ່ງໃຊ້ສິດຂອງຕົນເອງ ໃນການປ່ອນບັດເລືອກເອົາບຸກຄະ
ລະກອນຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຮູ້ຄວາມສາມາດ ໂດຍອີງໃສ່ມາດຖານ, ເງື່ອນໄຂຄົບຖ້ວນດ້ວຍຄວາມຮັບຜິດຊອບສູງ, ຫຼີກເວັ້ນແນວຄິດອະຂະຕິ ພ້ອມທີ່ຈະມາ
ເປັນຜູ້ຊີ້ນຳ-ນຳພາ ວຽກງານພັກ, ວຽກງານການເມືອງ, ນຳພາກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.

     ສຳລັບມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຊຸດໃໝ່ຕ້ອງເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ,
ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ,
ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງໂປ່ງໃສຕາມຫຼັກການລວມສູນ ປະຊາທິປະໄຕຂອງພັກ, ມີຄວາມຮູ້, ມີຄວາມສາມາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.