ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານກອງທັບ ສສ ຫວຽດນາມ

     ໃນວັນທີ 19 ພຶດສະພາ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ຈັດຕັ້ງພິທີ່ມອບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່
ຄະນະຊ່ຽວຊານ ກອງທັບ ສສ ຫວຽດນາມ ເນື່ອງໃນໂອກາດສໍາເລັດການມາປະຕິບັດໜ້າທີ່ຢູ່ ສປປ ລາວ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດ
ຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະຊ່ຽວຊານຂອງກອງທັບ ສສ ຫວຽດນາມ ຕະຫຼອດຮອດພະນັກງານກ່ຽວ
ຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ດຣ ວັນເພງ ພວງສາວະດີ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນ
ກາມິດຕະພາບ ກອງທັບປະຊາຊົນລາວ. ອີງຕາມດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງ
ຂັນ ແລະ ຍ້ອງຍໍ. ອີງຕາມໜັງສືສະເໜີຂອງ ກົມໃຫຍ່ການເມືອງກອງທັບ ສະບັບເລກທີ 1853 ລົງວັນທີ 14/058/2021 ກະຊວງປ້ອງກັນປະເທດ ສປປ
ລາວ ຈິ່ງອອກຂໍ້ຕົກລົງ: ມາດຕາ 1: ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ແກ່ຄະນະຊ່ຽວຊານກອງທັບ ສສ ຫວຽດນາມ ຈໍານວນ 4 ສະ
ຫາຍ ຄື: ສະຫາຍ ຮສດ ພັນເອກ ປອ ເລວັນດົງ ຫົວໜ້າສະຖາບັນກັນພະຍາດກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນໂທ ປອ ຫວງຽນ ງັອກ ບ້າວ
ຮອງຫົວໜ້າພະແນກຈຸລິນຊີ ສະຖາບັນ, ສະຫາຍ ພັນໂທ ຊ່ຽວຊານ ຂັ້ນ II ຟ້າມ ວັນ ກວິ່ງ ຫົວໜ້າພະແນກວາງຢາສະຫຼົບ, ສະຫາຍ ພັນຕີ ດຣ ຫວງຽນ
ຢຸຍ ເຈືອງ ທ່ານໝໍປິ່ນປົວພະຍາດຕິດຕໍ່. ທັງນີ້ກໍເພື່ອເປັນການຍ້ອງຍໍ ແລະ ສັນລະເສີນຜົນງານຂອງຄະນະຊ່ຽວຊານກອງທັບ ສສ ຫວຽດນາມ ທີ່ມີຜົນ
ງານດີເດັ່ນ ໃນການມາປະຕິບັດໜ້າທີ່ຊ່ວຍເຫຼືອດ້ານວິຊາການແພດເພື່ອຕ້ານເຊື້ອໄວຣັດໂຄວິດ-19 ຢູ່ທີ່ໂຮງໝໍສູງກາງ 103 ກອງທັບປະຊາຊົນລາວ ແລະ
ຂອບເຂດທົ່ວປະເທດ. ຜົນງານດັ່ງກ່າວຖືເປັນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ
ຊາດ, ສອງກອງທັບ ລາວ-ຫວຽດນາມໃຫ້ໝັ້ນຄົງຕະຫຼອດກາລະນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/05/2021