ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີຜູ້ຕິດເຊື້ອພະຍາດໂຄວິດ -19 ເພີ່ມ 50 ກໍລະນີ

     ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວ
ໃນວັນທີ 19 ພຶດສາພາ 2021, ໂດຍທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າ
ກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານໃຫ້ຮູ້ວ່າ. ໃນວັນທີ 18 ພຶດສະພາ
2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,482 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອ 50 ກໍລະນີ, ໃນນີ້ ຈາກນະຄອນຫຼວງ 16 ຄົນ (ທັງ 16
ຄົນ ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ເກົ່າທີ່ຕິດເຊື້ອໃນຊຸມຊົນ), ແຂວງບໍ່ແກ້ວ 21 ຄົນ ແມ່ນຄົນທີ່ຕິດເຊື້ອຢູ່ພາຍໃນຊຸມຊົນຢູ່ເມືອງຕົ້ນເຜີ້ງ, ແຂວງ
ຈໍາປາສັກ 5 ຄົນ ແລະ ແຂວງສະຫວັນນະເຂດ 6 ຄົນແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກກົດໝາຍ, ແຂວງອຸ
ດົມໄຊ 02 (1 ກໍລະນີແມ່ນແຮງງານລາວທີ່ກັບມາຈາກໄທຜ່ານຂົວມິດຕະພາບ 1 ແລະ ໄດ້ເຂົ້າຈໍາກັດບໍລິເວນຢູ່ສູນຫຼັກ 27 ໃນນະຄອນຫຼວງວຽງຈັນ
ຄົບກໍານົດ 14 ວັນ ກວດບໍ່ພົບເຊື້ອ ແລະ ອອກຈາກສູນຈຳກັດບໍລິເວນເໝົາລົດຮ່ວມກັບໝູ່ອີກ 10 ຄົນເດີນທາງໄປຍັງແຂວງອຸດົມໄຊ ແລະ ໄປຈໍາກັດ
ບໍລິເວນຢູ່ແຂວງ ຜົນກວດພົບເຊື້ອ ແລະ ອີກ 1 ກໍລະນີແມ່ນຄົນແຂວງຫຼວງພະບາງ ທີ່ມີຄວາມຈໍາເປັນເດີນທາງໄປ ແຂວງອຸດົມໄຊ ໃນວັນທີ່ 14 ພຶດ
ສະພາ 2021 ແລະ ໄດ້ເຂົ້າກັກໂຕເກັບຕົວຢ່າງຜົນກວດພົບເຊື້ອ ເຮັດໃຫ້ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,737 ຄົນ, ບໍ່ມີເສຍຊີວີດໃໝ່ (ເສຍຊິວິດສະ
ສົມທັງໝົດ 2 ຄົນ).

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/05/2021