ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາຖະກະຖາລະນຶກວັນວິລະຊົນຜ່າວົງປິດລ້ອມ ຂອງ​ກອງພັນ​ທີ 2 ວິລະຊົນຄົບຮອບ 63 ປີ


     ວັນທີ 19 ພຶດສາພາ 2022 ນີ້, ກະຊວງປ້ອງກັນປະເທດ, ໄດ້ຈັດຕັ້ງປາຖະກະຖາລະນຶກວັນກອງພັນທີ 2 ວິລະຊົນຜ່າວົງປິດລ້ອມ ທີ່ທົ່ງໄຫຫີນແຂວງ
ຊຽງຂວາງ ຄົບຮອບ 63 ປີ (18 ພຶດສະພາ 1959-18 ພຶດສະພາ 2022), ໂດຍມີສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍາມະການຄະນະປະຈໍາພັກກະ
ຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ, ພະນັກງານ
ປະຕິວັດອາວຸໂສບໍານານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຮັບຟັງ.

     ສະຫາຍ ທອງສະຫວັດ ໄຂຄຳພິທູນ ອະດີດຮອງຫົວໜ້າການເມືອງກອງພັນທີ 2 ໄດ້ທົບທວນຫວນຄືນສະພາບການທີ່ຖືກປິດລ້ອມຂອງກອງພັນທີ 2
ແລະ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ເລີ່ມຕົ້ນໃນ ເວລາ 19:30 ໂມງຂອງວັນທີ 18 ພຶດສະພາ 1959, ຄະນະພັກ-ຄະນະບັນຊາກອງພັນ ໄດ້
ຮຽກຮ້ອງພະນັກງານສະມາຊິກພັກທັງໝົດໃນກອງພັນ ເພື່ອປະກາດລຶບຊື່ຮູບການຈັດຕັ້ງຂອງກອງທັບລາຊະອານາຈັກ ແລ້ວສ້າງຕັ້ງຄະນະບັນຊາໃໝ່ຂຶ້ນ
ແທນ ໂດຍໄດ້ແຕ່ງຕັ້ງໃຫ້ທ່ານຈໍານຽນ ບຸນລອດ ເປັນຫົວໜ້າ ກອງພັນ, ທ່ານ ທອງສະຫວັດ ໄຂຄໍາພິທູນ ເປັນກໍາມະການ-ການເມືອງ, ທ່ານ ສວຍ ບຸນ
ຈະເລີນ ເປັນຮອງກອງພັນ, ທ່ານ ຫຼວຍແສນຄຳ ກົມມະດໍາ ເປັນຮອງກໍາມະການ-ການເມືອງ ແລ້ວອອກຄໍາສັ່ງໃຫ້ບັນດາກົມກອງ ເລີ່ມຕົ້ນປະຕິບັດແຜນ
ການຖອນທັບໄປທາງທິດບ້ານໂຕນ ແລະ ໄດ້ຜັນຂະຫຍາຍຄໍາສັ່ງຖອນກໍາລັງຄັ້ງນັ້ນໃຫ້ທົ່ວເຖິງ ທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ.

     ຕົກມາຮອດຄໍ່າຄືນຂອງວັນ ທີ 18 ພຶດສະພາ 1959 ພາຍໃຕ້ການບັນຊາຂອງຄະນະພັກກອງພັນ, ແຕ່ລະກົມກອງພ້ອມກັບຄອບຄົວພະນັກງານ-ນັກ
ຮົບທັງໝົດ ໄດ້ນໍາໃຊ້ຄວາມມືດຖອນທັບໄປທາງທິດບ້ານໂຕນ-ນາແຖງ-ໜອງເຕີ້ແລ້ວເຂົ້າໄປຕາມທິດບ້ານມາຍ (ທິດຕາເວັນຕົກສຽງໃຕ້ປະມານ 15 ກິ
ໂລແມັດ) ຢ່າງປິດລັບ. ມາຮອດ 7 ໂມງເຊົ້າຂອງມື້ຕໍ່ມາພວກສັດຕູເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາຕົກສະເງີ້ເພາະຢູ່ໃນຄ້າຍມີແຕ່ ຄວາມມິດ
ງຽບ-ຫວ່າງເປົ່ານັບທັງເຮືອນຫ້ອງແຖວຄອບຄົວ ພະນັກງານກໍບໍ່ມີຮອດເງົາຄົນ, ພາຍຫຼັງກອງພັນທີ 2 ອອກຈາກທົ່ງໄຫຫີນແລ້ວ ກໍໄດ້ເຄື່ອນທັບ ໄປຕາມ
ທົ່ງຫຍ້າປ່າຄັງອັນຕຶບໜາ ເພື່ອໃຫ້ຫວິດຈາກວົງປິດລ້ອມຂອງພວກສັດຕູ ໂດຍມີກອງຮ້ອຍທີ 3 ເຊິ່ງເປັນກອງຮ້ອຍເຂັ້ມແຂງອາດຫານ ນໍາໜ້າເດີນທາງ
ໄປກ່ອນ. ສັງລວມແລ້ວໃນໄລຍະເຄື່ອນທັບ 10 ກວ່າວັນ, ກອງພັນທີ 2 ໄດ້ສູ້ຮົບກັບສັດຕູ ທັງນ້ອຍ ແລະ ໃຫຍ່ 10 ຄັ້ງ, ສຸດທ້າຍກອງພັນທີ 2 ພ້ອມ
ກັບ 91 ຄອບຄົວກໍສາມາດຜ່າວົງປິດລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ ເຂດທີ່ໝັ້ນດ້ວຍຄວາມປອດໄພ.

     ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນແມ່ນມີຄວາມສໍາຄັນສ່ອງແສງໃຫ້ເຫັນເຖິງການນໍາພາຖືກຕ້ອງສະຫຼາດສ່ອງໃສຂອງພັກ, ແມ່ນໄຊຊະ
ນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ
ເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາ, ພ້ອມທັງໄດ້ສະແດງ ໃຫ້ເຫັນເຖິງຄວາມບໍລິສຸດ ຜຸດຜ່ອງ,
ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວ, ບໍ່ຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບ ແລະ
ພິກໄຫວຂອງກອງພົນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ, ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິ
ວັດ, ໂດຍສະເພາະກຳລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວເຮັດໃຫ້ຊື່ສຽງຂອງກຳລັງ ຝ່າຍປະເທດລາວ (ແນວລາວ ຮັກຊາດ) ນັບມື້
ພົ້ນເດັ່ນໃນເວທີສາກົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/05/2022