ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ອ່ອນສີ ແສນສຸກ ລົງພົບປະໂອ້ລົມນາຍ ແລະ ພົນທະຫານກອງບັນຊາການທະຫານແຂວງເຊກອງ

     ວັນທີ 19 ມິຖຸນາ 2017 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຄະນະປະຈຳພັກກະຊວງ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມ
ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງເຊກອງ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ຄະນະຫ້ອງ, ພະແນກການ ພ້ອມດ້ວຍນາຍ
ແລະ ພົນທະຫານເຂົ້າຮ່ວມຮັບຟັງ 150 ກວ່າສະຫາຍ.


ສະຫາຍ ພົນຕີ ອ່ອນສີ ແສນສຸກ ພົບປະໂອ້ລົມນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງເຊກອງ

     ການໂອ້ລົມຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຄັ້ງນີ້ ໄດ້ຍົກໃຫ້ເຫັນບັນຫາທີ່ສຳຄັນຫຼາຍດ້ານກ່ຽວກັບສະພາບການຕ່າງໆຂອງໂລກ, ທັງຂົງເຂດ
ແລະ ພາກພື້ນ ເປັນຕົ້ນແມ່ນວຽກງານປັບປຸງກໍ່ສ້າງກຳລັງປະກອບອາວຸດ, ການພັດທະນາເສດຖະກິດ, ການຜັນແປທາງດ້ານການເມືອງ ແລະ ວຽກງານວັດ
ທະນາທຳ-ສັງຄົມເຫຼົ່ານີ້ເປັນຕົ້ນ, ເຫັນວ່າມີຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດເຮົາ. ສະຫາຍຍັງໄດ້ກ່າວຕື່ມອີກໃຫ້ຄະນະພັກ-ຄະ
ນະບັນຊາ, ພະນັກງານ-ນັກຮົບແຕ່ລະສະຫາຍຈົ່ງພ້ອມກັນເອົາໃຈໃສ່ສຶກສາຄົ້ນ  ຄ້ວາຮໍ່າຮຽນຍົກລະດັບທາງດ້ານທິດສະດີການເມືອງ-ການທະຫານ ແລະ
ວຽກງານເສດຖະກິດວັດທະນາທຳ-ສັງຄົມໃຫ້ມີຄວາມຮູ້ຄວາມເຂົ້າໃຈຢ່າງໜັກແໜ້ນ, ມີສະຕິຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດ
ຂຶ້ນໃນສັງຄົມໃນທົ່ວປະເທດເວົ້າລວມ, ເວົ້າສະເພາະແມ່ນຢູ່ໃນຖັນແຖວກຳລັງປະກອບອາວຸດທ້ອງຖິ່ນແຂວງເຊກອງ. ເພື່ອແນໃສ່ເຮັດໃຫ້ກຳລັງປະກອບ
ອາວຸດທ້ອງຖິ່ນມີຄວາມສະຫງົບ ແລະ ໜັກແໜ້ນເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ຕອນທ້າຍ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຍັງໄດ້ມອບເຄື່ອງໃຊ້ ແລະ ເຄື່ອງກີລາຈຳນວນໜຶ່ງໃນນັ້ນມີ: ຄອມພິວເຕີຕັ້ງໂຕະ 1 ຊຸດ, ບານເຕະ 2
ໜ່ວຍ, ບານສົ່ງ 2 ໜ່ວຍ ພ້ອມຕາໜ່າງ, ກະຕໍ້ 2 ໜ່ວຍ ພ້ອມຕາໜ່າງ. ການມອບເຄື່ອງດັ່ງກ່າວແມ່ນເພື່ອແນໃສ່ສົ່ງເສີມໃນການປະຕິບັດໜ້າທີ່ວຽກ
ງານໃຫ້ນາຍ ແລະ ພົນທະຫານ, ສົ່ງເສີມ ແລະ ຊຸກຍູ້ວຽກງານກີລາກາຍະກຳໃນກອງທັບໃຫ້ຟົດຟື້ນ ເພື່ອເຮັດໃຫ້ກຳລັງແຮງກາຍນາຍ ແລະ ພົນທະຫານ
ເຂັ້ມແຂງ, ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ແລະ ຫຼີກລ້ຽງຈາກຢາເສບຕິດ.