ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະຮັບຜິດຊອບພັດທະນາກຸ່ມບ້ານຄັງວຽງເມືອງໝອກ ແຂວງຊຽງຂວາງ


ພິທີເຊັນມອບ-ຮັບໜ້າທີ່ລະຫວ່າງ ສະຫາຍພົນໂທ ສຸວອນ ເລືອງບຸນມີ ແລະ ສະຫາຍ ພົນຕີວົງຄຳ ພົມມະກອນ

     ພິທີປະກາດການແຕ່ງຕັ້ງຄະນະຮັບຜິດຊອບພັດທະນາກຸ່ມບ້ານຄັງວຽງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ 2019, ຢູ່ທີ່ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງ
ຂວາງ ໂດຍການເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ
ກອງທັບ, ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຊຽງຂວາງ, ມີບັນດາສະຫາຍທີ່ມາຈາກກະຊວງປ້ອງກັນປະເທດ, ແຂວງ, ເມືອງ, ພະນັກ
ງານຈຸດສຸມຄັງວຽງ ແລະ ກຸ່ມບ້ານຄັງວຽງເຂົ້າຮ່ວມ.

     ໃນພິທີໄດ້ຮັບຟັງການລາຍງານສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດແຜນພັດທະນາກຸ່ມບ້ານຄັງວຽງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການພັດທະ
ນາ 6 ເດືອນທ້າຍປີ 2019, ຜ່ານຂໍ້ຕົກລົງເລກທີ 2299/ກປທ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍການຖອນນາຍທະຫານລົງກໍ່ສ້າງຮາກຖານການເມືອງຢູ່ຈຸດສຸມ
ພັດທະນາກຸ່ມບ້ານຄັງວຽງ ໄປໃຫ້ຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ ລັດຖະມົນຕີກະ ຊວງປ້ອງກັນປະເທດຕົກລົງຖອນ ສະຫາຍ ພັນໂທ ຄຳຜຸຍ ຈັນທະ
ວົງ ຄະນະຊີ້ນຳພາກສະໜາມຈຸດສຸມພັດທະນາກຸ່ມບ້ານຄັງວຽງ ໄປໃຫ້ຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ ເພື່ອລໍຖ້າຊັບຊ້ອນໜ້າທີ່ໃໝ່, ຂໍ້ຕົກລົງເລກທີ
1229/ກປທ ລົງວັນທີ 26 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບພັດທະນາກຸ່ມບ້ານຄັງວຽງ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ
ພັດທະນາກຸ່ມບ້ານຄັງວຽງຄື: ແຕ່ງຕັ້ງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນຫົວໜ້າ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າ
ກົມໃຫຍ່ການເມືອງກອງທັບ ເປັນຮອງ, ສະຫາຍ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນຄະ ນະ, ສະຫາຍ ພົນຈັດຕະວາ
ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນຄະນະ, ສະຫາຍ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງເປັນຄະນະ, ສະຫາຍ ບຸນ
ເລື່ອນ ວັນນາຮັກ ເຈົ້າເມືອງໆໝອກ ເປັນຄະນະ.

     ໃນພິທີ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ໂອ້ລົມຊີ້ນຳໂດຍເນັ້ນຄະນະຮັບຜິດຊອບເອົາໃຈໃສ່ກໍ່ ສ້າງພະນັກງານຮາກຖານ, ສຶກສາອົບຮົມການເມືອງແນວຄິດ
ຫັນແນວຄິດຂອງປະຊາຊົນໄປຕາມທິດຂອງຂັ້ນເທິງ, ແກ້ໄຂແນວຄິດຂອງປະຊາຊົນຫັນມາສູ່ລະບຽບກົດໝາຍ, ເນັ້ນຄວາມສຳຄັນການປັບປຸງອຳນາດການປົກຄອງຂັ້ນ
ບ້ານ, ຄົ້ນຄວ້າລະອຽດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຕ້ອງຮີບຮ້ອນຈັດຕັ້ງປະຕິບັດ, ຄົ້ນຄວ້າເອົາວິຊາການມາພັດທະນາໃນການປູກ-ການລ້ຽງ, ຄັດຈ້ອນພະ
ນັກງານບໍ່ໃຫ້ເຫຼືອບໍ່ພໍ, ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ, ພາກສະໜາມຕ້ອງກຳແໜ້ນແຕ່ລະໜ້າວຽກ, ແກ້ໄຂງົບປະມານເພື່ອແກ້ໄຂບັນຫາທີ່ດິນເຂດພັດທະນາຄັງ
ວຽງ, ຕົກລົງສ້າງສຸກສາລາຢູ່ນ້ຳຕາກ, ແກ້ໄຂຄົນຕ່າງດ້າວເຂົ້າເມືອງຜິດກົດໝາຍ, ພ້ອມທັງຮຽກຮ້ອງໃຫ້ຄະນະຊຸດໃໝ່ຕ້ອງສືບຕໍ່ປັບປຸງແກ້ໄຂບັນດາໜ້າວຽກທີ່ຍັງຄ້າງ
ຄາ, ສູ້ຊົນພັດທະນາກຸ່ມຄັງວຽງໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃນປີ 2020 ໃນພິທີຍັງໄດ້ເຊັນມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ
ແລະ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ.