ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ຄະນະກໍາມະການຄະນະກໍາມະການ ປກຊ-ປກສ ແຂວງຫຼວງພະບາງ


     ພິທີປະກາດການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນ ວັນທີ 18 ສິງຫາ 2021 ນີ້,
ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ຄະນະ
ກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ສະຫາຍ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ມີຄະນະພັກ-ຄະນະບັນຊາສອງ ກອງ
ບັນຊາການທະຫານ-ຕໍາຫຼວດ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າ ຫ້ອງການ ຄະນະກໍາມະການປກຊ-ປກສ ສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການ
ສູນກາງພັກ ເລກທີ 130/ຄລສພ ລົງວັນທີ 17/6/2021 ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ຫຼວງພະ
ບາງ. ຄະນະເລຂາທິການສູນກາງພັກຕົກລົງແຕ່ງຕັ້ງ ສະຫາຍ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆ ຫຼວງພະບາງ ເປັນປະທານປກຊ-ປກສ ແຂວງ, ສະຫາຍ ພົນ
ຈັດຕະວາ ສົມຈັນ ແກ້ວຈັນດາ ເປັນຮອງປະທານ, ສະຫາຍ ພັນເອກ ແປ້ນຄຳບຸດຈັນແພງ ເປັນຮອງປະທານ ທັງເປັນຜູ້ປະຈໍາການ, ສະຫາຍ ພັນເອກ ວິ
ລ່ຽມ ວົງທິສານ, ສະຫາຍ ສຳນານ ສົນທະນີ, ສະຫາຍ ພັນໂທ ໄມທົນ ຈັນດາລາ ແລະ ສະຫາຍ ພັນໂທ ສົມບູນ ທະນາວັນ ເປັນກໍາມະການ ປກຊ-ປກສ.

     ໃນພິທີ ສະຫາຍ ພົນໂທ ທອງລອຍ ສິລິວົງ ຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງການປະກາດການແຕ່ງຕັ້ງ
ຄະນະກໍາມະການ ປກຊ-ປກສ ແຂວງ ຄັ້ງນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ, ເພື່ອເປັນເສນາທິການ
ຊ່ວຍຄະນະກໍາມະການ ປກຊ-ປກສ ສູນກາງ ໃນການເຄື່ອນໄຫວວຽກງານພາຍໃນແຂວງຂອງຕົນ ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃນໄລ
ຍະໃໝ່, ສະນັ້ນບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຄື່ອນໄຫວເຮັດໜ້າທີ່
ວຽກງານຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ເພີ່ມທະວີເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງ ປກຊ-ປກສ ຂອງພັກລົງສູ່ຮາກຖານ, ເອົາໃຈໃສ່
ວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມ
ສະຫງົບດີ ໃຫ້ເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບ, ປັບປຸງກໍ່ສ້າງ ກໍາລັງ ປກຊ-ປກສ ໃຫ້ເຂັ້ມແຂງ ປະກອບສ່ວນອັນສໍາຄັນເຂົ້າໃນການຊ່ວຍເຫຼືອ
ກອບກູ້ໄພພິບັດທາງທໍາມະຊາດ ແລະ ບັນຫາອື່ນໆທີ່ອາດຈະເກີດຂື້ນ, ຮັບປະກັນໃຫ້ສະພາບທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ
ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/08/2021