ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມວຽກງານ ວິທະຍາສາດສິ່ງແວດລ້ອມ​ໃຫ້​ຄູ​-ອາຈານ ບັນດາ​ວິທະຍາຄານ ​ໃນ​ກອງທັບ


     ວັນທີ 13 ສິງຫາ 2021 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງປິດຊຸດອົບຮົມວຽກງານ ວິທະຍາສາດ
ສິ່ງແວດລ້ອມ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ
ການ, ອາຈານ ຈາກ ມຊ, ນັກສຳມະນາກອນຈາກ 5 ວິທະຍາຄານ,ໂຮງຮຽນການເມືອງກອງທັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ບຸນຍາວົງ ດວງປັນຍາ ຫົວໜ້າຂະແໜງສິ່ງແວດລ້ອມໄດ້ຂຶ້ນ ຜ່ານບົດສະຫຼຸບໃນໄລຍະການອົບຮົມເປັນເວລາ 4 ວັນທີ່ຜ່ານ
ມາເຫັນວ່າ: ບັ້ນອົບຮົມຊຸດນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ບັນດາຄູ-ອາຈານ ໄດ້ທຸ້ມເທສະຕິປັນຍາ, ບົດຮຽນປະສົບການຂອງຕົນເຂົ້າໃນການ
ຂຶ້ນຫ້ອງສິດສອນ ວິຊາວິທະຍາສາດສິ່ງແວດລ້ອມ ໃຫ້ຄູອາຈານບັນດາວິທະຍາຄານ ກອງທັບ ຜູ້ທີ່ຈະນຳເອົາບົດຮຽນ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ສຳເລັດ
ໃນຈຳນວນ 12 ບົດ.

     ນອກຈາກຖ່າຍທອດຄວາມຮູ້ທາງທິດສະດີແລ້ວອາຈານຍັງນຳພາເຝິກແອບຕົວຈິງດ້ວຍການແບ່ງເປັນກຸ່ມຄົ້ນຄວ້າພ້ອມທັງແຕ່ງເປັນບົດຂຶ້ນຫ້ອງສອນ
ແລ້ວ ຂຶ້ນສະເໜີບົດສອນຂອງກຸ່ມໃຜມັນນັບແຕ່ມື້ທີ 1 ເຖິງ ມື້ທີ 4, ຖືວ່າເຮັດສຳເລັດໜ້າທີ່ຕາມລະດັບຄວາມຄາດໝາຍທີ່ວາງໄວ້. ບັ້ນເຝິກອົບຮົມຄັ້ງນີ້
ນັບວ່າເປັນຄັ້ງທຳອິດ ສຳລັບວຽກງານສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມໃຫ້ແກ່ກອງທັບປະຊາຊົນລາວ, ໂດຍສະເພາະແມ່ນວຽກງານການຮຽນການ
ສອນ, ໂດຍມີການຮ່ວມມືຊ່ວຍເຫຼືອຈາກອາຈານ ຄະນະວິທະຍາສາດສິ່ງແວດລ້ອມມະຫາວິທະຍາໄລແຫ່ງຊາດ.

     ໃນຕອນທ້າຍພິທີ ສະຫາຍ ປະທານໄດ້ມີຄຳເຫັນໂອ້ລົມພິທີປິດ ເຊິ່ງກ່ອນອື່ນໄດ້ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ເຮັດສຳເລັດໜ້າທີ່ຂອງຕົນ, ຈົ່ງສືບຕໍ່
ສ້າງແຜນການຂະຫຍາຍການຮຽນການສິດສອນ ວິຊາດັ່ງກ່າວ ລົງສູ່ບັນດາໂຮງຮຽນຕ່າງໆພາຍໃນ ກອງທັບປະຊາຊົນລາວ ແລະ ເນັ້ນໜັກຕໍ່ບັນດາຄູ-ອາ
ຈານ, ພາຍຫຼັງກັບເມືອຮອດກົມກອງກໍໃຫ້ເລີ່ມຕົ້ນຄົ້ນຄວ້າແຕ່ງບົດສອນ ເພື່ອກະກຽມຂຶ້ນຫ້ອງສອນໃນສົກປີ 2021-2022 ໃຫ້ໄດ້ຮັບຜົນເປັນຢ່າງດີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/08/2021