ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ປີ 2017 ເຂດພາກກາງ

     ວັນທີ 15 ກັນຍາ 2017, ຢູ່ທີ່ສຳນັກງານໃຫຍ່ກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໄຂກອງປະຊຸມສ່ອງແສງ
ວຽກງາຮອບດ້ານປະຈຳໄຕມາດ III ປີ 2017 ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາທ່ານຈາກກະຊວງ ແລະ ຕົວແທນມາຈາກກົມກອງຄື: ກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່, ກອງ
ພົນທີ IV, ກອງພັນໃຫຍ່ 644, ກອງພັນໃຫຍ່ 642, ໂຮງໝໍ 109, ໂຮງງານປະສານເຫຼົ່າພາກກາງ, ກອງບັນຊາການທະຫານແຂວງບໍລິຄຳໄຊ, ແຂວງສະ
ຫວັນນະເຂດ, ແຂວງຄຳມ່ວນ ແລະ ບໍລິສັດກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງຕາຂ່າຍໄຟຟ້າຄົບວົງຈອນໄຊສົມບູນ.


ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ປີ 2017 ເຂດພາກກາງ

     ໃນກອງປະຊຸມພາຍຫຼັງທີ່ທ່ານປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ໄດ້ເຊີນຕາງໜ້າແຕ່ລະກົມກອງຜັດປ່ຽນກັນລາຍ
ງານສະພາບການເຄື່ອນໄຫວວຽກງານຮອບດ້ານປະຈຳໄຕມາດ III ປີ 2017 ຂອງກົມກອງຕົນຕໍ່ກອງປະຊຸມ ພ້ອມກັນນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ
ໄດ້ປະກອບຄຳຄິດຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.

     ທ່ານປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ-ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ແຕ່ລະກົມກອງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງໃຫ້ມີຄວາມປອດໃສໜັກແໜ້ນ, ມີສະຕິລະວັງຕົວ
ຕໍ່ກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບໍ່ດີ ແລະ ເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍ.