ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກກຳປູເຈຍຢ້ຽມຢາມ ສປປ ລາວ

     ຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ພົນເອກ ວົງ ປິເຊນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ
ລາວ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2018 ນີ້, ໂດຍ ການເປັນກຽດຕ້ອນຮັບຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ.


ພົນໂທ ສຸວອນ ເລືອງບຸນມີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກກຳປູເຈຍ

     ພິທີຕ້ອນຮັບເປັນທາງການໄດ້ຈັດຂຶ້ນທີ່ກະຊວງປ້ອງກັນປະເທດ ຈາກນັ້ນຄະນະທັງສອງຝ່າຍກໍໄດ້ພົບປະຢ່າງເປັນທາງການ, ເພື່ອປຶກສາຫາລືກ່ຽວກັບ
ບັນຫາຊາຍແດນຈຸດທີ່ຍັງຄົງຄ້າງທີ່ທັງສອງຝ່າຍເຫັນດີແກ້ໄຂຮ່ວມກັນໂດຍສັນຕິວິທີຕາມການຕົກລົງ ແລະ ເຫັນດີຂອງສອງນາຍົກລັດຖະມົນຕີຂອງລາວ
ແລະ ກຳປູເຈຍ ໄດ້ປຶກສາຫາລືກັນທີ່ນະຄອນຫຼວງ ຮ່າໂນຍ ສສ ຫວຽດນາມ, ພ້ອມທັງເຫັນດີມອບໃຫ້ກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ແລະ
ກອງທັບຣາຊະອານາຈັກກຳປູເຈຍຮ່ວມກັນແກ້ໄຂໃນເບື້ອງຕົ້ນແມ່ນຖອນກຳລັງອອກ ແລະ ຮ່ວມກັນລາດຕະເວນທີ່ທັງສອງຝ່າຍເຫັນດີຮ່ວມກັນ.

     ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ທ່ານ ພົນເອກ ວົງ ປິເຊນ ຜູ້ບັນຊາການທະຫານສູງສຸດ ກໍໄດ້ເຂົ້າຢ້ຽມຂໍ່ານັບ
ແລະ ພົບປະ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເຊິ່ງທ່ານລັດຖະມົນຕີ ກໍໄດ້ຕີລາຄາສູງ ແລະ
ໃຫ້ການຕ້ອນ ຮັບອັນອົບອຸ່ນຕໍ່ຜູ້ບັນຊາການທະຫານສູງສຸດ ພ້ອມດ້ວຍຄະນະ ພ້ອມທັງສົ່ງຄຳຢ້ຽມຢາມຖາມຂ່າວໄປຍັງທ່ານລັດຖະມົນຕີກະຊວງປ້ອງກັນ
ປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍຖານ ເພື່ອນມິດບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອຄວາມສາມັກຄີມິດຕະພາບມີມາແຕ່ຍາວນານ ພ້ອມທັງອວຍພອນ
ໃຫ້ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານທີ່ໄດ້ຮັບຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກກຳປູເຈຍ ຄົນໃໝ່
ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ສົ່ງພອນໄຊອັນປະເສີດໄປຍັງສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາ
ຊະອານາຈັກກຳປູເຈຍ ທີ່ຊະນະການເລືອກຕັ້ງຜ່ານມາ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ອີກ
ຄັ້ງໃໝ່.

     ການເດີນທາງມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຍັງໄດ້ໄປວາງພວງມາລາທີ່ອະນຸສາ ວະລີນັກຮົບນິລະນາມແຫ່ງຊາດອີກດ້ວຍ.