ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເຕັກນິກກອງທັບ
ກວດກາການສາທິດການປະຕິບັດງານຂັ້ນຕົ້ນກ່ຽວກັບການປະດິດເຄື່ອງມ້າງລູກກະສຸນ

     ວັນທີ 15 ກັນຍາ 2021 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ໄດ້ກວດກາການສາທິດການປະຕິບັດງານ ຂັ້ນຕົ້ນ
ກ່ຽວກັບການປະດິດເຄື່ອງມ້າງລູກ ກະສຸນຢູ່ທີ່ສະໂມສອນກົມໃຫຍ່ເຕັກນິກ, ໃນນັ້ນມີຄະນະພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ບັນດາພະແນກການ
ທີ່ກ່ຽວຂ້ອງ ແລະ ວິຊາການມ້າງປະກອບປືນຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນລາຍງານກ່ຽວກັບວຽກງານບົວລະບັດເຕັກນິກ
ລູກກະສູນຢູ່ກອງທັບຈໍາເປັນ ຕ້ອງມີເຄື່ອງມືຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຮັດໜ້າທີ່ດັ່ງກ່າວ ສະນັ້ນ ຈິ່ງໄດ້ຈັດຕັ້ງກັນຄົ້ນຄ້ວາຜະລິດເຄື່ອງນີ້ຂຶ້ນມາ
ໃນຂັ້ນຕົ້ນຈະແນໃສ່ມ້າງລູກປືນ RPG ແລະ ລູກ DK ກ່ອນ ຈາກນັ້ນຈຶ່ງຜັນຂະຫຍາຍຕື່ມ, ສະຫາຍ ພັນເອກ ດາຄໍາ ມະໂນທໍາ ຮອງຫົວໜ້າກົມຄຸ້ມຄອງ
ອາວຸດ−ກະສູນ ໄດ້ສະເໜີກ່ຽວກັບການປະກອບສ້າງ ຂອງລູກປືນສອງຊະນິດ ແລະ ສະຫາຍ ວິຊາການຈາກໂຮງງານ ອ674 ກໍ່ໄດ້ຂຶ້ນສາທິດການປະກອບ
ສ້າງ ແລະ ການປະຕິບັດງານຂອງເຄື່ອງດັ່ງກ່າວພ້ອມທັງຍົກໃຫ້ເຫັນວິທີການມ້າງແຕ່ລະຂັ້ນຕອນ ແລະ ຖຶກຕ້ອງຕາມຫຼັກການ ບໍ່ວ່າຈະເປັນລູກປືນທີ່ຍິງ
ບໍ່ແຕກ, ລູກປືນເສຍທາດຂາດຄຸນນຳໃຊ້ບໍ່ໄດ້ ພ້ອມທັງອະທິບາຍກ່ຽວກັບຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ການຮັບປະກັນຄວາມປອດໄພໃຫ້ແກ່ນັກວິຊາການ
ເຕັກນິກ ຈາກນັ້ນກໍ່ໄດ້ເຊີນບັນດາຜູ້ເຂົ້າຮ່ວມມີຄໍາເຫັນເພື່ອປັບປຸງໃຫ້ສົມບູນຂຶ້ນຕື່ມ.

     ເຄື່ອງດັ່ງກ່າວນີ້ພາຍຫລັງຄົ້ນຄ້ວາສໍາເລັດ ແລະ ຮັບຮອງແລ້ວຈະໄດ້ປະກອບເຂົ້າໃນອາຄານນີລິໄພຂອງສູນບົວລະບັດຍຸດໂທປະກອນເພື່ອເຮັດໜ້າທີ່
ເຄື່ອນສົ່ງແຮງຫັນບິດຈາກນັກເຕັກນິກ ເຮັດໜ້າທີ່ ໄຂ, ຖອດ, ແຍກຊິ້ນສ່ວນອັນຕະລາຍຂອງລູກກະສູນ ຮັບປະກັນຄວາມປອດໄພໃຫ້ຜູ້ເຮັດໜ້າທີ່, ການ
ຄົ້ນຄ້ວາຜະລິດເຄື່ອງດັ່ງກ່າວນີ້ ຫົວໜ້າກົມໃຫຍ່ເຕັກນິກ ໄດ້ມອບໝາຍໜ້າທີ່ໃຫ້ແກ່ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າ
ກົມໃຫຍ່ເຕັກນິກ ຊີ້ນຳກົມຄຸ້ມຄອງອາວຸດກະສຸນ ຄົ້ນຄ້ວາອອກແບບ ແລະ ຜະລິດທົດລອງຢູ່ໂຮງງານ ອ.674, ໃນການກວດກາຕີລາຄາທົດລອງຂັ້ນຕົ້ນ
ສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈຳພັກກະຊວງ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານ ແລະ
ຫົວຄິດປະດິດສ້າງດັ່ງກ່າວທີ່ມີແບບແຜນທັນສະໃໝຂຶ້ນ ພ້ອມທັງປຶກສາຫາລື, ປະກອບຄຳເຫັນເພື່ອຊອກຫາວິທີ່ການປັບປຸງ ບັນດາໂຄງປະກອບສ້າງໃຫ້
ກະທັດຫັດ ແລະ ທັນສະໃໝຂຶ້ນກວ່າເກົ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2021