ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ 5 ບ້ານຂອງເມືອງສາລະວັນ ໄດ້ຮັບຜົນກະທົບຈາກພະຍຸໂກນເຊີນ

     ອິງຕາມການລາຍງານຂອງ ທ່ານ ຈັນສີລອນ ສີສົມບູນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສາລະວັນ ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ
2021 ນີ້ ເວລາ 18:00 ໄດ້ເກີດເຫດມີລົມພະຍຸໂກນເຊີນພັດຜ່ານເຂົ້າ 5 ໝູ່ບ້ານຂອງເມືອງ ສາລະວັນ ຄື: ບ້ານໂພນໄຜ່, ບ້ານ ກ້ວຍ ບ້ານ ແບ່ງອຸດົມ,
ບ້ານ ທາດຫ້ວຍ, ບ້ານ ວຽງຄໍາ. ລວມມີ 207 ຫຼັງຄາເຮືອນ,​ ທີ່ຖືກຜົນກະທົບໃນຄັ້ງນີ້ ມີຈໍານວນພົນທັງໝົດ 1.083 ຄົນ, ຍິງ 533 ຄົນ, ເສຍຊີວິດ 1
ຄົນ, ບາດເຈັບໜັກ 2 ຄົນ, ບາດເຈັບເລັກນ້ອຍ 6 ຄົນ, ຜົນກະທົບໃນຄັ້ງນີ້ເຮັດໃຫ້ເນື້ອທີ່ທໍາການຜະລິດເສຍຫາຍ 630 ເຮັກຕາ, ເສັ້ນທາງ 13 ເສັ້ນເປ້
ເພເສຍຫາຍບາງສ່ວນ, ລະບົບຕາຂ່າຍໄຟຟ້າໃຊ້ການບໍ່ໄດ້, ລວມມູນຄ່າຄວາມເສຍຫາຍທັງໝົດ​ 5.731.246.116 ກິບ.

     ໃນນັ້ນ, ມີບ້ານ ໂພນໄຜ່ ທີ່ຖືກຜົນກະທົບໜັກກ່ວາໝູ່ ມີຈໍານວນ 122 ຫຼັງຄາເຮືອນ, ມີຈໍານວນພົນທັງໝົດ 588 ຄົນ, ຍິງ 294 ຄົນ, ມີ 33 ຫຼັງ
ຄາເຮືອນທີ່ເສຍຫາຍໜັກ, ມີ 128 ຄົນ, ຍິງ 69 ຄົນ, ເສຍຊີວິດ 1 ຄົນ, ເປັນເພດຍິງອາຍຸ 53 ປີ, ໄດ້ຮັບບາດເຈັບສາຫັດ 2 ຄົນ, ຍິງ 1 ຄົນ, ບາດເຈັບ
ເລັກນ້ອຍ 6 ຄົນ, ຍິງ 2 ຄົນ. ບ້ານ ກ້ວຍ ມີຈໍານວນທັງໝົດ 64 ຫຼັງຄາເຮືອນ ມີຈໍານວນພົນທັງໝົດ 383 ຄົນ, ຍິງ 183 ຄົນ, ເສຍຫາຍໜັກຈໍານວນ
5 ຫຼັງຄາເຮືອນ, ຈໍານວນພົນ 28 ຄົນ,​ ຍິງ 15 ຄົນ, ເສຍຫາຍປານກາງ ແລະ ເລັກນ້ອຍຈໍານວນ 59 ຫຼັງຄາເຮືອນ. ບ້ານ ອຸດົມແບ່ງ ມີຈໍານວນທັງໜົດ
5 ຫຼັງຄາເຮືອນ, ມີຈໍານວນພົນທັງໝົດ 33 ຄົນ, ຍິງ 14 ຄົນ, ເສຍຫາຍໜັກ 1 ຫຼັງຄາເຮືອນ ແລະ ເສຍຫາຍເລັກນ້ອຍ 4 ຫຼັງຄາເຮືອນ. ບ້ານ ວຽງຄໍາ
ມີຈໍານວນທັງໝົດ 14 ຫຼັງຄາເຮືອນ, ຈໍານວນພົນທັງໝົດ 71​ ຄົນ, ຍິງ 31 ຄົນ, ເສຍຫາຍໜັກ 2 ຫຼັງຄາເຮືອນ ແລະ ເສຍຫາຍເລັກນ້ອຍ 12 ຫຼັງຄາ
ເຮືອນ. ບ້ານ ທາດຫ້ວຍ ມີຈໍານວນ 2 ຫຼັງຄາເຮືອນ, ມີຈໍານວນພົນທັງໝົດ 8 ຄົນ, ຍິງ 5 ຄົນ ເສຍຫາຍເລັກນ້ອຍ. ນອກຈາກນັ້ນ,​ ຍັງໄດ້ຮັບການຊ່ວຍ
ເຫຼືອຈາກອົງການປົກຄອງແຂວງ ພະແນກການຂັ້ນແຂວງ, ເມືອງ, ບໍລິສັດ, ຜູ້ປະກອບການ, ນັກທຸລະກິດ ແລະ ພາກສ່ວນອື່ນໆປະກອບສ່ວນທາງດ້ານວັດ
ຖຸ ແລະ ເງິນສົດລວມມູນຄ່າທັງໝົດ 148.573.000 ກີບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2021