ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ
ທີ່ປຶກສາທູດປ້ອງກັນຊາດ ປະເທດຕວກກີປະຈຳລາວຜູ້ໃໝ່

     ຕອນເຊົ້າຂອງວັນທີ 17 ພະຈິກ 2017 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພັນເອກ ໂອເຊີ ກາລີບສຄານ ທີ່ປຶກສາທູດປ້ອງກັນຊາດປະເທດ ຕວກກີ ທີ່ມີສຳນັກງານ
ໃຫ່ຍຢູ່ນະຄອນຫຼວງກວາລາລຳເປີ ປະເທດມາເລເຊຍເນື່ອງໃນໂອກາດທ່ານມາສະເໜີຕົວປະຕິບັດໜ້າທີ່ເປັນທີ່ປຶກສາທູດດ້ານການປ້ອງກັນຊາດຜູ້ໃໝ່ປະ
ຈຳ ສປປ ລາວ.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ປະເທດຕວກກີປະຈຳລາວຜູ້ໃໝ

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ພັນເອກ ໂອເຊີ ກາລີບສຄານ
ທີ່ໄດ້ເຂົ້າພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂອງສອງຝ່າຍໃນຄັ້ງນີ້, ພ້ອມນັ້ນ ກໍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງສອງຝ່າຍ
ໃນຜ່ານມາ ເຊິ່ງສອງປະເທດໄດ້ມີການພົວພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ
ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ ພ້ອມທັງເຊື່ອໝັ້ນວ່າໃນຕໍ່ໜ້າ ການຮ່ວມມືດ້ານວຽກງານປ້ອງກັນຊາດແລກປ່ຽນຄະນະຜູ້ແທນຮ່ວມກັນລະຫວ່າງ
ສອງປະເທດຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນດີຍິ່ງໆຂຶ້ນ.

     ໃນໂອກາດນີ້, ທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດ ຕວກກີ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ: ຈະສຸມທຸກຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະ
ຫຍາຍສາຍພົວພັນມິດ ຕະພາບທີ່ດີຕໍ່ກັນ ລະຫວ່າງສອງຊາດ ຕວກກີ-ລາວ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.