ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

່ວຍຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປີດກອງປະຊຸມຜູ້​ແທນຄັ້ງທີ V


ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານ

     ວັນທີ 14 ພະຈິກ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປີດກອງ ປະຊຸມຄັ້ງທີ V ຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸລິວັນ
ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດ ສາດ ການທະຫານ ມີບັນດາ ສະຫາຍຄະນະໜ່ວຍຊາວໜຸ່ມ, ແມ່ຍິງ ແລະ ສະມາຊິກຊາວໜຸ່ມ ພາຍໃນກົມເຂົ້າຮ່ວມ.

     ຮ້ອຍເອກ ຈັນທະວົງ ພະພິທັກ ເລຂາໜ່ວຍຊາວໜຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບຂອງ ຊາວໜຸ່ມພາຍໃນ ກົມ, ດ້ານວຽກງານສຶກສາອົບຮົມການເມືອງ-ແນວຄິດ ຜ່ານ
ມາໜ່ວຍຊາວໜຸ່ມພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ ກົມໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ຂອງສະມາຊິກ
ຊາວໜຸ່ມທົ່ວກົມ, ຖືເອົາການຈັດຕັ້ງເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຂໍ້ ກຳນົດ, ກົດລະບຽບຂອງກອງທັບ ແລະ ບັນດາເອກະສານທີ່ສຳຄັນຕ່າງໆ
ທີ່ຂັ້ນເທິງສົ່ງໃຫ້. ວຽກງານວິຊາສະເພາະຊາວໜຸ່ມ ໄດ້ປະກອບສ່ວນຊ່ວຍວຽກ ພະແນກແຕ່ລະພະແນກ ກວດແກ້ຮຽບຮຽງບົດປະຫວັດສາດ ໃຫ້ບັນດາກົມກອງ, ເຂົ້າ
ຮ່ວມຊ່ວຍບັນດາກອງປະຊຸມສຳມະນາຕ່າງໆ,

     ວຽກຂໍ້ມູນຂ່າວສານກໍໄດ້ເຮັດສຳເລັດໃນການເກັບກຳຂ່າວ, ຂຽນຂ່າວປະຈຳວັນ, ປະຈຳເດືອນ, ປະຈຳໄຕມາດ ແລະ ຈັດພິມວາລະສານຂອງກົມ, ຄົ້ນຄວ້າວຽກ
ງານເຕັກໂນໂລຢີ ແລະ ສິ່ງແວດລ້ອມ ພ້ອມເຂົ້າຮ່ວມພິທີປາຖະກະຖາໃນວັນສຳຄັນຕ່າງໆ ຂອງຊາດເປັນຕົ້ນ. ການເຄື່ອນໄຫວວຽກງານຂະບວນການຕ່າງໆ ຂອງໜ່ວຍ
ຊາວໜຸ່ມ: ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂະບວນການຢ່າງເປັນປົກກະຕິ ແລະ ເປັນກຳລັງ ອັນສຳຄັນໃນການສ້າງຂະບວນການຕ່າງໆເປັນຕົ້ນ ແມ່ນຂະ
ບວນການທີ່ກົມກອງ ແລະ ຂັ້ນເທິງໄດ້ຈັດຕັ້ງເຊັ່ນວ່າ: ຂະບວນການກີລາ, ສິລະປະ-ວັນນະຄະດີ. ເຂົ້າຮ່ວມກອງປະຊຸມ ແລະ ປາຖະກະຖາມູນເຊື້ອວັນສຳຄັນ, ເຂົ້າຮ່ວມ
ກອງປະຊຸມວຽກງານຊາວໜຸ່ມທົ່ວກອງທັບ ນຳຫ້ອງການຊາວໜຸ່ມ 1 ຄັ້ງ, ຈັດຕັ້ງຜັນຂະຫຍາຍຂອງບັນດາມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ທົ່ວ
ກອງທັບ 2 ຄັ້ງ, ຮັບເອກະສານແຈ້ງການຕ່າງໆຂອງສູນກາງຊາວໜຸ່ມ ແລະ ຫ້ອງການຊາວໜຸ່ມ 20 ສະບັບ, ຈັດຕັ້ງເຊື່ອມຊຶມບັນດາເອກະສານເຂົ້າຮ່ວມ ຮັບຟັງປາຖະ
ກະຖາບັນດາວັນສຳຄັນຕ່າງໆ 12 ຄັ້ງ ແລະ ຊົມຫໍພິ ພິທະພັນປະຫວັດສາດ 3 ຄັ້ງ,ຈັດຕັ້ງປາຖະກະຖາວັນສ້າງຕັ້ງຊາວໜຸ່ມ ປະຊາຊົນລາວຄົບຮອບ 64 ປີ ແລະ ໄດ້ຮັບ
ໃບຢັ້ງຢືນຜົນງານນາມມະຍົດ 4 ບຸກຊາວໜຸ່ມ ນຳໜ້າໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ການເຄື່ອນ
ໄຫວວຽກງານຂະບວນການກີລາ 5 ຄັ້ງ, ຂະບວນການສິລະປະ-ວັນນະຄະດີ (ນັກຮ້ອງສຽງ ດີ) 2 ຄັ້ງ ແລະ ສະແດງບົດຟ້ອນໃນພິທີມອບຫຼຽນໄຊພາຍໃນກົມ 1 ຄັ້ງ, ຈັດ
ຕັ້ງຢ້ຽມຢາມຄົນເຈັບ, ເຂົ້າຮ່ວມປູກຕົ້ນໄມ້ແຫ່ງຊາດ ຮ່ວມກັບຄະນະພັກ ກະຊວງປ້ອງກັນປະເທດ ຢູ່ໂຮງຮຽນທິດສະດີການເມືອງການທະຫານ ເຂດບ້ານນາຄວາຍ 1 ຄັ້ງ,
ອານາໄມຄ້າຍຄູ 85 ຄັ້ງ, ຊ່ວຍວຽກເຮືອນຄະນະກົມ 25 ຄັ້ງ, ບໍລິຈາກເລືອດ 2 ຄັ້ງ ນອກຈາກນັ້ນຍັງນຳພາຊາວໜຸ່ມສ້າງເສດຖະກິດ, ການນຳພາຊາວໜຸ່ມ ເຂົ້າສູ່ຂະ
ບວນການວັດທະນະທຳ-ສັງຄົມຫຼາຍໆດ້ານ. ຕອນທ້າຍຍັງໄດ້ຟັງການໂອ້ລົມຂອງ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ຕື່ມອີກ.