ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ
ກະຊວງປ້ອງກັນປະເທດ ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ


     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານ
ການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ. ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ,
ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 19 ພະຈິກ 2020 ນີ້, ພາຍຫຼັງທີ່
ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍຜົນຂອງກອງປະຊຸມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮັບການຄັດເລືອກເປັນເລຂາ ຄະນະພັກ ກະຊວງ
ປ້ອງກັນປະເທດ ສະໄໝທີ V.

     ໃຫ້ກຽດເຂົ້າຮ່ວມກອງປະຊຸມ​ໂດຍ​ແມ່ນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາ ສະ
ຫາຍ ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາ ສະຫາຍ ຄະນະພັກກະຊວງ,
ຄະນະພັກນະຄອນຫຼວງ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພ້ອມ
ດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 253 ສະຫາຍ, ເພດຍິງ 2 ສະຫາຍ.

     ຕະຫຼອດໄລຍະດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່
ບົດລາຍງານການເມືອງຂອງ ຄະນະພັກ ກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ກໍຄືການ
ປັບປຸງກໍ່ສ້າງກໍາລັງກອງທັບໃນຊຸມປີຜ່ານມາ ພ້ອມທັງຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021- 2025), ທັງນີ້ກໍເພື່ອເຮັດ
ໃຫ້ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະ ການປັບປຸງກໍ່ສ້າງພັກ-ກໍ່ສ້າງກໍາລັງປະກອບອາວຸດປ້ອງກັນຊາດ ໃນທຸກດ້ານມີຄວາມໜັກແໜ້ນ ເຂັ້ມແຂງ
ຕາມແນວທາງ ປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ຮັບປະກັນໃຫ້ແກ່ກໍາລັງປະກອບອາວຸດຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່
ປະຊາຊົນ.

     ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຈໍານວນ 33 ສະຫາຍ. ພ້ອມນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະ ຫາຍ, ສໍາຮອງ 4 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

     ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ກະຊວງສະໄໝທີ V ໄດ້ເປັນເອກະພາບເລືອກຕັ້ງເອົາ ຄະນະປະຈໍາຄະນະພັກ ກະ
ຊວງປ້ອງກັນປະເທດ ຈໍານວນ 11 ສະຫາຍ.

     ກອງປະຊຸມໄດ້ເປັນເອກະສັນປະຊາມະຕິເລືອກເອົາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເປັນເລຂາຄະນະພັກ, ສະຫາຍ ພົນໂທ ທອງລອຍ ສີ
ລິວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ. ກອງປະຊຸມໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ພົນຕີ
ສອນທອງ ພົມລາວົງ ເປັນປະທານກວດກາພັກ, ສະຫາຍ ພັນເອກ ຈັນດີ ສີລິວົງສັກ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນເອກ ທອງດໍາ ພົງສະ
ຫວັດ ເປັນຮອງປະທານກວດກາພັກ.

     ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ
ປະທານ ຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ ກອງປະຊຸມໃຫຍ່ເຊີ່ງ ສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາ
ສູງຕໍ່ຄວາມເອົາໃຈໃສ່ຊີ້ ນໍາ-ນໍາພາຂອງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກຂັ້ນຕ່າງໆ ຕໍ່ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່
26 ແຜນງານ, ສາມາດສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ, ສິ່ງສໍາຄັນກໍາລັງປ້ອງກັນຊາດໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດໃນການ
ປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງເຮັດໜ້າ
ທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ
ຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ສີວິໄລ.

     ສະຫາຍ ໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງ ກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາ
ລັງທີ່ເດັດດ່ຽວຍຶດໝັ້ນບົດບາດການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ປັບປຸງອົງ ຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ປອດໃສ ເຂັ້ມ
ແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງ ຄະນະນະພັກ
ທຸກຂັ້ນ, ທຸກພາວະ ແລະ ທຸກກໍລະນີ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດ ທຸກປະເພດກໍາລັງຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງ
ດ້ານວິຊາສະເພາະໄປຄຽງຄູ່ກັບ ດ້ານການເມືອງ-ແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ, ຮັບປະກັນໃຫ້ໄດ້ 3 ຮຸ່ນ, ສືບຕໍ່, ຫັນກໍາລັງ
ລົງສູ່ຮາກຖານ, ປັບປຸງຮາກຖານການເມືອງພັດທະນາເຂດຫ່າງໄກສອກຫຼີກ, ເຂດພູດອຍ, ຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນ, ເສີມ
ຂະຫຍາຍມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດຕາມທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.