ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ

ໃຫ້ກຽດປະດັບຫຼຽນໄຊແກ່ກົມໃຫຍ່ II ກອງທັບປະຊາຊົນຫວຽດນາມ

     ໃນລະຫວ່າງວັນທີ 17-18 ທັນວາ 2017 ນີ້, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ
ຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ພັກ-ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປປະດັບຫຼຽນໄຊ
ໃຫ້ກົມກອງລວມໝູ່ ແລະ ບຸກຄົນໃນກົມໃຫຍ່ II ກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນການເສີມ
ຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງ
ຊາດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 40
ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017).


ພົນໂທ ຈັນສະໝອນ ຈັນຍາລາດ ໃຫ້ກຽດປະດັບຫຼຽນໄຊ ແກ່ກົມໃຫຍ່ II ກອງທັບປະຊາຊົນຫວຽດນາມ

     ຕອນເຊົ້າຂອງວັນທີ 18 ທັນວາ 2017, ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ
ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ການພົບປະໂອ້ລົມເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ,
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມນັບມື້ເຂົ້າສູ່
ລວງເລິກ ແລະ ໝັ້ນຄົງສະຖາພອນ, ຈາກນັ້ນ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊໃຫ້ແກ່ກົມ
ໃຫຍ່ II ກອງທັບປະຊາຊົນຫວຽດນາມ ຢູ່ທີ່ກົມໃຫຍ່ດັ່ງກ່າວຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ໂງ ຊວນ ລິກ ກຳມະການ
ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນ
ຜູ້ມີອຳນາດເຕັມ ສປປ ລາວ ປະຈຳ ສສ ຫວຽດນາມ.

     ໃນພິທີ ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໄດ້ຜ່ານລັດຖະດຳລັດຂອງ
ປະທານປະເທດ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ກົມກອງລວມໝູ່ ແລະ ບຸກຄົນໃນກົມໃຫຍ່ II ກອງທັບປະຊາຊົນຫວຽດນາມ
ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານໃຫ້ກົມກອງລວມໝູ່ ແລະ ບຸກຄົນໃນກົມໃຫຍ່ II ກອງທັບປະຊາ
ຊົນຫວຽດນາມ. ຈາກນັ້ນ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ
ລາວ ກໍໄດ້ຕາງໜ້າໃຫ້ພັກ-ລັດຖະບານ ສປປ ລາວ ໃຫ້ກຽດຂຶ້ນປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແກ່ກົມກອງລວມໝູ່ ຈຳນວນ 2 ກົມກອງ ແລະ ບຸກຄົນ
ຈຳນວນ 5 ສະຫາຍ, ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ແກ່ກົມກອງລວມໝູ່ ຈຳນວນ 8 ກົມກອງ, ບຸກຄົນ 15 ສະຫາຍ, ປະດັບຫຼຽນໄຊພິລະອາດ
ຫານ ຊັ້ນ II ໃຫ້ແກ່ບຸກຄົນ ຈຳນວນ 5 ສະຫາຍ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ບຸກຄົນ ຈຳນວນ 12 ສະຫາຍ.

     ໃນເວລາຕໍ່ມາ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ ພ້ອມດ້ວຍຄະນະກໍໄດ້ພົບປະກັບສະຫາຍ ພົນເອກ ໂງ ຊວນ ລິກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ສສ
ຫວຽດນາມ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກຂອງກົມໃຫຍ່ II ກອງທັບປະຊາຊົນຫວຽດນາມ ເຊິ່ງການພົບປະໄດ້ດຳ ເນີນໄປດ້ວຍບັນຍາກາດແຫ່ງ
ໄມຕີີຈິດມິດຕະພາບອັນເປັນມູນເຊື້ອ ລະຫວ່າງສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.