ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV ປີ 2018 ຢູ່ເຂດ 8

     ໃນວັນທີ 17 ທັນວາ 2018 ນີ້, ຢູ່ທີ່ກອງພັນໃຫຍ່ 605 ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV ປີ 2018 ເຂດ 8 ນະຄອນຫຼວງວຽງຈັນ
ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ, ມີຄະນະພັກ-ຄະນະບັນຊາຕາງໜ້າໃຫ້ 10 ຫົວໜ່ວຍ, ກົມກອງເຂົ້າຮ່ວມຄື: ກອງພັນໃຫຍ່ 605, ກອງພັນໃຫຍ່ 279, ກອງພັນໃຫຍ່ 641, ກອງພັນໃຫຍ່
661, ວິທະຍາຄານເຕັກນິກການທະຫານ, ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ຫ້ອງການເມືອງກົມໃຫຍ່ພະລາທິການກອງທັບຫ້ອງການເມືອງກົມໃຫຍ່ເຕັກ
ນິກ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ IV ປີ 2018 ເຂດ 8 ນະຄອນຫຼວງວຽງຈັນ

     ໃນກອງປະຊຸມສ່ອງແສງຄັ້ງນີ້, ຜູ້ຕາງໜ້າແຕ່ລະກົມກອງໄດ້ຂຶ້ນລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນທີ່ຄົງ
ຄ້າງໃນດ້ານຕ່າງໆໃນໄລຍະ 3 ເດືອນທ້າຍປີຜ່ານມາ ເປັນຕົ້ນແມ່ນຂະບວນການແຂ່ງຂັນກັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສ້າງກອງທັບປະຊາຊົນລາວ ຄົບຮອບ
70 ປີທີ່ຈະມາເຖິງໃນມໍ່ໆນີ້. ຈາກນັ້ນ, ຍັງໄດ້ຮັບຟັງການປະກອບຄຳເຫັນຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່
ບັນດາກົມກອງຍາດມາໄດ້. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຫົວໜ່ວຍກົມກອງຈົ່ງສືບຕໍ່ຍົກສູງການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດບັນດາ
ວຽກງານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນຕ້ອງສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນເປັນຈິງ
ແລະ ສືບຕໍ່ສ້າງຂະບວນການດ້ານຕ່າງໆໃຫ້ຟົດ ຟື້ນແຂງແຮງເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ແລະ
ມີບັນຍາກາດມ່ວນຊື່ນຄຶກຄື້ນຢ່າງຕໍ່ເນື່ອງ.