ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກະຊວງປ້ອງກັນປະເທດ ວາງພວງມາລາ
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ


     ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022), ໃນວັນທີ 19 ມັງກອນ 2022 ນີ້, ຄະນະນຳກະ
ຊວງປ້ອງກັນປະເທດນໍາໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ
ຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ໄດ້ວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ), ວາງກະຕ່າດອກໄມ້ ຢູ່ອະນຸສອນ ສະຖານປະທານ
ໄກສອນ ພົມວິຫານ ແລະ ວາງພວງມາລາ ຢູ່ສຸສານນັກຮົບປະຕິວັດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ.

     ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູ ຮູ້ບຸນຄຸນຢ່າງລົ້ນເຫຼືອເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້
ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງ
ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ຈົນ ສາມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາ
ຊົນລາວບັນດາເຜົ່າ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕປະຊາຊົນ
ລາວ ຈົນຮອດປັດຈຸບັນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/01/2022