ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ​ເຜີຍ​ແຜ່​ຄຳ​ສັ່ງ​ແນະນຳ
​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງພາຍ​ໃນ​ພັກ ທົ່ວ​ກອງທັບ ປະຈຳ​ປີ 2017

     ໃນຕອນເຊົ້າຂອງວັນທີ 17 ມີນາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຮັບຟັງການເຜີຍແຜ່ຄຳ
ສັ່ງແນະນຳວ່າດ້ວຍການດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກທົ່ວກອງທັບປະຈຳປີ 2017 ໂດຍການເປັນປະທານຂອງສະຫາຍ ພົນຕີ ວິໄລ
ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ
ຢູ່ບັນດາອົງການກະຊວງ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ແລະກົມກອງກຳລັງຫຼວງເຂົ້າຮ່ວມ.

              
                                                                             ທ່ານ ພົ.ຕ ວິ​ໄລ ຫຼ້າຄຳ​ຟອງ ​ເປັນ​ປະທານ​ໃຫ້​ຄຳ​ໂອ້​ລົມ​
                                ໃນກອງປະຊຸມເຜີຍ​ແຜ່​ຄຳ​ສັ່ງ​ແນະນຳ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງພາຍ​ໃນ​ພັກ
ທົ່ວ​ກອງທັບ ປະຈຳ​ປີ 2017

     ການຈັດຕັ້ງເຜີຍແຜ່ຄັ້ງນີ້. ກໍເພື່ອເປັນການຍົກລະດັບຄວາມສາມາດນຳພາຂອງພັກ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນ ແລະສະມາ
ຊິກພັກ, ໂດຍຕິດພັນກັບການກວດກາຄືນຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນມະຕິ X ຂອງພັກ, ສ້າງໃຫ້ມີການຫັນປ່ຽນ
ຕົວຈິງທາງດ້ານແນວຄິດ, ຄຸນສົມບັດ, ແບບແຜນການນຳພາ ແລະວິທີເຮັດວຽກ, ຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະຂັ້ນ ແລະຂອງສະ
ມາຊິກພັກ, ຍົກລະດັບການຄົ້ນຄວ້າກຳແໜ້ນແນວທາງ, ກຳແໜ້ນວຽກງານກໍ່ສ້າງພັກ, ການຕຳນິຕິຊົມຕົນເອງ, ຕິຊົມກັນພາຍໃນພັກ ແລະຄວາມເປັນ
ແບບຢ່າງເຮັດແທ້ທຳຈິງ, ນ້ຳໃຈເສຍສະຫຼະເພື່ອຊາດເພື່ອປະຊາຊົນຂອງຄະນະພັກ ແລະສະມາຊິກພັກ, ເພື່ອສ້າງຄວາມເປັນເອກະພາບ ແລະຄວາມຕັດສິນ
ໃຈສູງສຸດຂອງທົ່ວພັກ, ໃນການກຳນົດທິດທາງ, ມາດຕະການແກ້ໄຂບັນຫາຕົວຈິງແຕ່ເທິງລົງລຸ່ມ ແລະທັງເປັນການສັງເກດຕີລາຄາຄືນຄຸນທາດການ
ເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງແບບແຜນການນຳພາ, ວິທີເຮັດວຽກ, ການດຳລົງຊີວິດ, ລັກສະນະນຳໜ້າ
ເປັນແບບຢ່າງຂອງສະມາຊິກພັກບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕ, ຕຳນິຕິຊົມເຊິ່ງກັນ ແລະກັນ ຢ່າງແຂງແຮງຕາມສະພາບ ແລະຂໍ້ມູນທີ່
ມີຄວາມຈິງ, ເພື່ອແກ້ໄຂສະພາບການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານສະມາຊິກພັກ ແລະຄະນະພັກແຕ່ລະຂັ້ນ. ພາຍຫຼັງດຳເນີນຊີວິດການເມືອງ
ແລ້ວໃຫ້ມີການຫັນປ່ຽນຕົວຈິງໄປສູ່ອັນໃໝ່ທີ່ຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອ, ຜົນງານດ້ານດີຂອງພັກເຮົາໃນໄລຍະຜ່ານມາ, ແກ້ໄຂຈຸດອ່ອນ, ຂໍ້ບົກ
ຜ່ອງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ພ້ອມກັນນັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ສະຕິເຄົາລົບ ແລະປະຕິບັດກົດລະ
ບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຕ່າງໆຂອງກອງທັບຢ່າງເຂັ້ມງວດໃຫ້ເປັນຮູບປະທຳຢ່າງແທ້ຈິງ ເພື່ອຄວາມເຂັ້ມແຂງປອດໃສ
ຂອງພັກ.

     ເນື້ອໃນເອກະສານທີ່ນຳມາຈັດຕັ້ງເຜີຍແຜ່ໃນຄັ້ງນີ້ປະກອບມີ: ເອກະສານສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ
ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງໜັກແໜ້ນ
ແລະເອກະສານສະຫຼຸບຕີລາຄາຄວາມຮັບຜິດຊອບລວມຂອງຄະນະພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນ.