ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

                 
                             ພັ.ອ ອິນຫວນ ວໍລະສານ ອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ມອບຂັນຊະນະເລີດ ພ້ອມລາງວັນໃຫ້ທີມນັກກິລາບານສົ່ງຊາຍ

     ທິມບານສົ່ງຊາຍຂອງກອງພັນນັກຮຽນກໍ່ສ້າງນາຍສິບ ຊຸດທີ 20 ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຄອງຂັນຊະນະເລີດຄະນະອຳນວຍການ
ໂຮງຮຽນດັ່ງກ່າວ ພ້ອມເງິນສົດຈຳນວນ 5 ແສນກີບ ໃນລາຍການແຂ່ງຂັນບານສົ່ງຊາຍສ້າງບັນຍາກາດ ຟົດຟື້ນມ່ວນຊື່ນຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກ
ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີທີ່ຈະມາເຖິງ, ເຊິ່ງລາຍການດັ່ງກ່າວແມ່ນໄດ້ ເລີ່ມແຂ່ງຂັນມາແຕ່ຕົ້ນເດືອນມີນານີ້ ແລະອັດລົງໃນວັນທີ 15 ມີນາ
ເຊິ່ງມີນັກກີລາຈາກ 2 ຫ້ອງ ແລະ3 ກອງພັນນັກຮຽນເຂົ້າຮ່ວມແຂ່ງຂັນ, ໄດ້ອັນດັບທີ 2 ແມ່ນທິມຫ້ອງການເມືອງໂຮງຮຽນ.