ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ເຜີ​ບ​ແຜ່ ​ແລະສ້າງ​ຈິດ​ສຳນຶກ​ດ້ານ​ການ​ປົກ​ປັກ​ຮັກສາ​
ສິ່ງ​ແວດ​ລ້ອມ​ໃຫ້​ບັນດາ​ກົມ​ກອງ​ກຳລັງ​ຫຼວງ ​ແລະ​ກຳລັງ​ທ້ອງ​ຖິ່ນ 8 ​ແຂວງ​ພາກ​ເໜືອ​

                                          
                                                                ທ່ານ​ ພັ.ອ ສຸ​ລິ​ວັນ ​​ແສງ​ຈັນ ​ເປັນ​ປະ​ທານ​ກອງ​ປະຊຸມເຜີ​ບ​ແຜ່ ​ແລະສ້າງ​ຈິດ​ສຳນຶກ​ດ້ານ​ການ​ປົກ​ປັກ​ຮັກສາ​ສີ່​ງ​ແວດ​ລ້ອມ

     ວັນ​ທີ 17 ມີນາ 2017 ຢູ່​ສະ​ໂມ​ສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ສ້າງ​ຈິດ​ສຳນຶກ​ໃຫ້​ພະນັກງານ ຂັ້ນ​ວິຊາ​ການ
​ທີ່​ເຮັດ​ວຽກ​ງານ​ດ້ານ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃນຖັນ​ແຖວ​ກອງທັບ​ກົມ​ກອງ​ທະຫານ​ທີ່​ມີ​ກຳລັງ​ຫຼວງ ​ແລະ​ກຳລັງ​ທ້ອງ​ຖີ່​ນ 8 ​ແຂວງ​ພາກ​ເໜືອ, ​ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ​ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ຮອງ​ຫົວໜ້າ​ກົມ ​ວິທະຍາສາດ-ປະຫວັດສາ​ດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ເປັນ ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ​ພັນ​ເອກ ບຸນ​ຊູ ດວງ​ຄຳ​ມີ ຫົວໜ້າ​ການ​ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ​ແລະ​ທ່ານ​ ຈັນທະລັງສີ ຜົນນະ​ຈິດ ຫົວໜ້າ​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ​ແຂວງ​ຫຼວງ​ພະ​ບາງ, ມີ​ພະນັກງານ​ວິຊການ​ທີ່​ເປັນ​ຕົວ​ແທນ ​ເຮັດ​ວຽກ​ງານ​ສິ່ງ​ແວດລ້ອມ ຈາກ ​ກອງບັນດາ​ກົມ​ກອງ​ກຳລັງຫຼວງ ​ແລະທ້ອງ​ຖິ່ນເຂົ້າ​ຮ່ວມ.


ພະນັກງານ​ວິຊການ​ທີ່​ເປັນ​ຕົວ​ແທນ ​ເຮັດ​ວຽກ​ງານ​ສິ່ງ​ແວດລ້ອມ ຈາກ ​ກອງບັນດາ​ກົມ​ກອງ​ກຳລັງຫຼວງ ​ແລະທ້ອງ​ຖິ່ນເຂົ້າ​ຮ່ວມ

     ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ສະຫາຍ​ພັນ​ໂທ ຄຳ​ໄຊ ສະ​ນີ​ແກ້ວ ຮອງ​ຫົວໜ້າ​ພະ​ແນ​ກສິທະຍາ​ສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ​ສີ່​ງ​ແວດ​ລ້ອມ ຂອງ​ກົມ​ວິທະຍາ
ສາດ ປະຫວັດສາດ ການ​ທະຫານ ​ໄດ້​ຂື້ນ​ລາຍ​ງານ​ເອກະສານ​ກ່ຽວ​ກັບ​ຂໍ້​ມູນ​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສີ່​ງ​ແວດ​ລ້ອມ​ການ​ທະຫານ​ກອງທັບ​ປະຊາຊົນ​ລາວ
​ແລະ​ແຜນ​ດຳ​ເນີນ​ງານ​ດ້ານ​ສີ່​ງ​ແວດ​ລ້ອມ​ໃນ​ກອງທັບ 5 ປີ ຄັ້ງ​ທີ່ II ​ແຕ່​ປີ 2016-2020 ​ເຊີ່ງ​ລວມມີ 9 ໝວດ 66 ມາດຕາ​ເພື່ອ​ນຳ​ສະ​ເໜີ​ໃຫ້​ບັນດາ​ວິຊາ
​ການ ​ແລະ​ແຂກ​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ​ເພື່ອ​ໄປ​ຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ​ໃຫ້​ກົມ​ກອງ​ຮາກ​ຖານ​ໄດ້​ມີ​ຄວາມ​ເຂົ້າ​ໃຈ.

     ຈາກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ ​ໂອ້​ລົມ​ຈາກ ສະຫາຍ​ພັນ​ເອກ ສຸ​ລິ​ວັນ ​ແສງ​ຈັນ ຮອງ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ​ເຊີ່ງ​ສະ
ຫາຍ​ໄດ້​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ກົມ​ກອງ ຈົ່ງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕາມ​ລະບຽບ​ການ​ກົດໝາຍ​ຂອງ​ລັດຖະບານ ​ແລະ​ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​
ສີາງ​ແວ​ດລ້ອມ ພ້ອມ​ກັນ​ຍົກ​ສູງ ຄວາມ​ຮູ້​ຄວາມ​ສາມາດ, ປະສົບ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ກັນ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ເພື່ອ​ຍາດ​ແຍ່ງ​ເອົາ
​ບົດຮຽນ​ປະສົບ​ການ ​ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ທຶນຮອນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ນີ້​ໃຫ້​ນັບ​ມື້​ດີ​ຂື້ນ.


ປະທານ ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມກອງປະຊຸມຖ່າຍພາບລວມ