ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູ້​ຊົນ​ເຮັດ​ໃຫ້​ລະບົບ​ກົນ​ໄກ​ຄຸ້ມ​ຄອງ​ກອງ​ທຶນ​ປະກັນ​ສັງຄົມ​ໃຫ້​ມີ​ຄວາມ​ທັນ​ສະໄໝ,
ລວມສູນ​ຮັບປະກັນ​ຄວາມ​ຍືນ​ຍົງ, ​ໂປ່​ງ​ໃສ ​ແລະ ສາມາດ​ກວດ​ສອບ​ໄດ້.

     ຜ່ານວາລະດຳເນີນກອງປະຊຸມສະຫຼຸບປະເມີນຜົນ ​ແລະຖອດຖອນບົດຮຽນວຽກງານປະກັນສັງຄົມທົ່ວກອງທັບປະຈຳສົກ 2015-2016 ມາເປັນເວລາ
2 ວັນ, ກອງປະຊຸມດັ່ງກ່າວໄດ້ອັດລົງໃນຕອນບ່າຍຂອງວັນທີ 16 ມີນານີ້, ດ້ວຍໝາກຜົນອັນຈົບງາມບັນລຸໄດ້ຕາມຈຸດປະສົງທີ່ຄາດໝາຍໄວ້ ແລະມີ
ຄວາມໝາຍສຳຄັນເປັນຢ່າງຍິ່ງສຳລັບກອງທັບເຮົາເພາະມັນແມ່ນກອງປະຊຸມທີ່ໄດ້ສັງຮວມ, ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຕາມ
ດຳລັດ 70/ນຍ ເຊິ່ງແມ່ນນະໂຍບາຍປະກັນສັງຄົມໜຶ່ງທີ່ໄດ້ຮັບປະກັນໃຫ້ແກ່ສິດຜົນປະໂຫຍດຂອງນາຍ ແລະພົນທະຫານໃນກອງທັບປະຊາຊົນລາວ ແລະ
ສະມາຊິກຄອບຄົວຂອງເຂົາເຈົ້າທີ່ໄດ້ກຳໜົດໄວ້ໃນກົດໝາຍປະກັນສັງຄົມໃນກອງທັບ ໂດຍຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນເຂົ້າໃສ່
ເນື້ອໃນບົດສະຫຼຸບ ແລະທິດທາງແຜນການໃນຕໍ່ໜ້າຢ່າງກົງໄປກົງມາ, ດ້ວຍຄວາມຮັບຜິດຊອບການເມືອງສູງ, ພ້ອມກັນຄົ້ນຄວ້າຊອກໃຫ້ເຫັນດ້ານຕັ້ງ
ໜ້າເພື່ອເສີມຂະຫຍາຍ ແລະລົງເລິກບາງບັນຫາສຳຄັນທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ສອດຄ່ອງແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ
ແລະການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນໄລຍະໃໝ່.

                            
                                                                 ທ່ານ ພົ.ຕ ວິ​ໄລ ຫຼ້າຄຳ​ຟອງ ​ເປັນ​ປະທານ​ໃຫ້​ຄຳ​ໂອ້​ລົມ​ໃນກອງປະຊຸມສະຫຼຸບປະເມີນຜົນ ແລະ
                                                               ຖອດຖອນບົດຮຽນວຽກງານປະກັນສັງຄົມທົ່ວກອງທັບປະຈຳສົກ 2015-2016

     ກ່າວຄຳເຫັນໂອ້ລົມໃນໂອກາດອັດກອງປະຊຸມ, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຕີລາຄາສູງໝາກຜົນການເຄື່ອນ ໄຫວວຽກງານປະກັນສັງຄົມທົ່ວກອງທັບໃນສົກປີຜ່ານມາ. ເຊິ່ງເຫັນວ່າມີຜົນສຳ
ເລັດທີ່ເປັນພື້ນຖານສຳຄັນຫຼາຍດ້ານ ໂດຍສະເພາະແມ່ນການປະຕິບັດລະບອບການອຸດໜູນຕໍ່ເປົ້າໝາຍຕ່າງໆ, ການເບີກຈ່າຍເງິນປິ່ນປົວສຸຂະພາບໃຫ້ບັນ
ດາໂຮງໝໍຄູ່ສັນຍາ ໃນຈຳນວນ 24 ແຫ່ງ, ການຂຶ້ນທະບຽນ ແລະອອກບັດປະກັນສັງຄົມ ແລະການປັບປຸງກໍ່ສ້າງຂະແໜງການໃຫ້ຫັນເຂົ້າລະບົບ ທັນສະ
ໄໝຢ່າງຕັ້ງໜ້າ. ພ້ອມກັນ ນີ້ກໍໄດ້ໃຫ້ທິດຊີ້ນຳຫຼາຍບັນຫາ ສຳຄັນເປັນພື້ນຖານບ່ອນອີງແກ່ ຄະນະພັກ-ຄະນະບັນຊາ, ພະນັກງານທີ່ຮັບຜິດຊອບວຽກງານ
ປະກັນສັງຄົມແຕ່ລະຂັ້ນໃນທົ່ວກອງ ທັບ ໄດ້ນຳໄປຜັນຂະຫຍາຍເຂົ້າສູ່ໜ້າວຽກຕົວຈິງໃຫ້ຖືກຕ້ອງ ສອດຄ່ອງ ແລະມີປະສິດທິຜົນດີ ລື່ນເກົ່າ, ໃນນີ້ຂອດ
ສຳຄັນແມ່ນ ທ່ານໄດ້ເນັ້ນເຖິງການຄຸ້ມຄອງ ກອງທຶນປະກັນສັງຄົມຕ້ອງໃຫ້ ລວມສູນຢູ່ກົມປະກັນສັງຄົມ ເຊິ່ງຕາມແຜນການຄາດໝາຍແມ່ນ ໃຫ້ໄດ້ຮັບ
ການຈັດຕັ້ງປະຕິບັດ ໃນທ້າຍປີ 2017 ຕົ້ນປີ 2018, ພ້ອມນີ້ກໍຕ້ອງຮັບປະກັນໃຫ້ກອງ ທຶນມີຄວາມຍືນຍົງເຕີບໃຫຍ່ເຂັ້ມແຂງ, ມີຄວາມໂປ່ງໃສ, ສາ
ມາດກວດສອບໄດ້, ເປັນເຈົ້າການສືບຕໍ່ຄົ້ນຄວ້າຂໍ້ກຳນົດການນຳໃຊ້ ລະບົບກົນໄກຄຸ້ມຄອງກອງທຶນ ໃຫ້ມີຄວາມທັນສະໄໝ, ສະດວກວ່ອງໄວ ແລະສາ
ມາດເຊື່ອມໂຍງກັບກົມກອງຮາກຖານກຽມ ໃຫ້ແກ່ແຜນການຈະປ່ຽນວິທີການປະກັນສັງຄົມສຸຂະພາບ ແບບມອບເໝົາໃນເມື່ອກ່ອນມາ ເປັນການປະກັນ
ສຸຂະພາບຕາມ ລະບົບປະກັນສັງຄົມດ້ວຍວິທີປິ່ນປົວຕາມຕົວຈິງ, ຊຳລະເປັນແຕ່ລະເດືອນ, ແຕ່ລະງວດ, ຕາມການຢັ້ງຢືນຈາກບັນດາໂຮງໝໍຄູ່ສັນຍາ, ສູ້
ຊົນປັບປຸງພາລະບົດບາດ-ໜ້າທີ່ຮັບຜິດຊອບຂອງໜ່ວຍປະສານງານຢູ່ບັນດາໂຮງໝໍໃຫ້ຮັດກຸມ, ມີຄວາມຮັບຜິດຊອບສູງ ເດັດຂາດບໍ່ໃຫ້ມີຜົນກະທົບຕໍ່
ວຽກງານປະກັນສັງຄົມໃນກອງທັບ, ບັນດາກົມກອງຕ້ອງ ເພີ່ມທະວີຄວາມຮັບຜິດຊອບໃນການສະໜອງຂໍ້ມູນດ້ານບັນຊີ ຈຳນວນພົນ ໂດຍຜ່ານພາກ
ສ່ວນກ່ຽວຂ້ອງຕາມລະບຽບຫຼັກການ ໃຫ້ແກ່ກົມປະກັນສັງຄົມ ເພື່ອຮັບປະກັນການເບີກຈ່າຍເງິນຮ່ວງ ຕ່າງໆໃຫ້ຖືກເປົ້າໝາຍ, ອີກບັນຫາສຳຄັນໜຶ່ງ
ແມ່ນຕ້ອງສືບຕໍ່ ເປັນເຈົ້າການຈັດຕັ້ງເຜີຍແຜ່ນິຕິ ກຳທີ່ກ່ຽວຂ້ອງກັບວຽກງານປະກັນສັງຄົມກອງທັບໃຫ້ນາຍ ແລະພົນທະຫານໄດ້ທົ່ວເຖິງ ເຮັດໃຫ້ທຸກ
ຄົນເຂົ້າໃຈວ່າວຽກ ງານປະກັນສັງຄົມແມ່ນຮັບໃຊ້ ຜົນປະໂຫຍດຂອງທຸກຄົນ ພ້ອມດ້ວຍສະມາຊິກຄອບຄົວຂອງ ເຂົາເຈົ້າ.