ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກອງທັບ​
ປະຊາຊົນ​ຫວຽດນາມ ​ເຄື່ອນ​ໄຫວ​ຢ້ຽມຢາມ​ກອງພັນ​ໃຫຍ່ 497

     ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພົນຕີ ຟານ ວັນ ຢາງ ກຳມະການສູນກາງພັກ, ຄະນະປະຈຳພັກ
ການທະຫານຂັ້ນສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມຄະນະ ໄດ້ເດີນ
ທາງ ໄປຢ້ຽມຢາມກອງພັນໃຫຍ່ 497 ໃນວັນທີ 16 ມີນາ 2017 ນ ີ້ໃນໂອກາດທີ່ຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ
ໃນລະຫວ່າງ ວັນທີ 15-17 ມີນານີ້, ເຊິ່ງຄະນະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພັນເອກ ອຸດອນ ອ້ວນສັກດາ ເລຂາຄະນະພັກ, ຫົວໜ້າ
ການທະຫານກອງພັນໃຫຍ່ 497 ພ້ອມດ້ວຍຄະນະ.

                            
                                                     ພັນເອກ ອຸດອນ ອ້ວນສັກດາ ພ້ອມຄະນະ ຕ້ອນຮັບຄະນະຜູ້ແທນການທະຫານ ຂັ້ນສູງກອງທັບປະຊາຊົນຫວຽດນາມ

     ໂອກາດນີ້, ສະຫາຍ ພັນເອກ ອຸດອນ ອ້ວນສັກດາ ໄດ້ມີຄຳເຫັນຕີລາຄາສູງຕໍ່ການມາຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ກໍ່ຄື​ຢູ່ກົມກອງຕົນຂອງຄະ
ນະດັ່ງກ່າວໃນຄັ້ງນີ້, ເຊິ່ງຈະເປັນການຖອດຖອນບົດຮຽນຜ່ານການຮ່ວມມືຮອບດ້ານກອງທັບລາວ- ຫວຽດນາມໃນຂົງເຂດວຽກງານຕ່າງໆປະກອບສ່ວນ
ອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງກອງ
ທັບທັງ​ສອງທີ່ມີມູນເຊື້ອອັນດີງາມນັ້ນໃຫ້ນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະແຕກດອກ ອອກຜົນຍິ່ງໆຂຶ້ນ, ສະຫາຍ​ໄດ້ແຈ້ງສະພາບການ
ໂດຍຫຍໍ້ໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບກ່ຽວກັບການປັບປຸງກໍ່ສ້າງກຳລັງ, ການພັດທະນາດ້ານຕ່າງໆໃນກົມກອງຕົນ ແລະໝາກຜົນການພົວພັນ
ຮ່ວມມືລະຫວ່າງກົມກອງກັບກອງທັບ​ປະຊາຊົນຫວຽດນາມໃນຂົງເຂດວຽກງານຕ່າງໆຜ່ານມາ, ຄະນະ​ຍັງໄດ້ຮັບຊົມການສະແດງການຫັດແອບມວຍປະ
ເພດປ້ອງກັນຕົວຂອງພະນັກງານ-ນັກຮົບກອງພັນໃຫຍ່ 497, ເວລາຕໍ່ມາຄະນະຜູ້ແທນດັ່ງກ່າວກໍໄດ້ເດີນ ທາງໄປຢ້ຽມຢາມໂຮງຮຽນທະຫານຊາຍແດນທີ່
ກຳລັງກໍ່ສ້າງຢູ່ທີ່ແຂວງ ບໍລິຄຳໄຊ ທີ່ທາງກະຊວງປ້ອງກັນປະເທດ ສສ ຫວຽດນາມໃຫ້ການຊ່ວຍເຫຼືອໃນການກໍ່ສ້າງພ້ອມຍັງໄດ້ຮັບຟັງການລາຍງານຄວາມ
ຄືບໜ້າຂອງ​ໂຄງການກໍ່ ສ້າງໂຮງຮຽນດັ່ງກ່າວ ຈາກບໍລິສັດກໍ່ສ້າງ 36 ກະຊວງປ້ອງກັນປະເທດຫວຽດນາມ, ກຸ່ມບໍລິສັດໂກເອໂກທະຫານ ເຂດ 4 ສສ
ຫວຽດນາມ, ໃນວັນຕໍ່ມາຄະນະຜູ້ແທນດັ່ງກ່າວ ກໍເດີນທາງໄປທ່ຽວຊົມບັນດາສະຖານທີ່ທ່ອງທຽວທາງປະຫວັດສາດ ແລະວັດທະນະທຳຢູ່ໃນນະຄອນ
ຫຼວງວຽງຈັນຈຳນວນໜຶ່ງ.