ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳມະນາວິທະຍາສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946

     ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
70 ປີ ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2019 ນີ້, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດ
ຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງເລຂາພັກແຂວງ, ຕົວແທນການນຳຈາກ 6 ແຂວງພາກກາງ ແລະ ພາກໃຕ້, ພະນັກ
ງານປະຕິວັດອາວຸໂສບຳນານ, ກົງສູນໃຫຍ່ຫວຽດນາມປະຈຳພາກກາງ, ຫົວໜ້າກອງບັນຊາການທະຫານແຂວງແຮກສ່ຽວ ສສ ຫວຽດນາມ ແລະ ແຂກທີ່ຖືກເຊີນຈາກ
ບັນດາກົມກອງອ້ອມຂ້າງແຂວງຄຳມ່ວນເຂົ້າຮວ່ມ.

     ໂອກາດນີ້ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນນາມປະທານກອງປະຊຸມ ໄດ້ກ່າວວ່າ: ພຶດຕິກຳຂອງການຕໍ່ສູ້ປະຕິວັດ
ໃນປະເທດເຮົາພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງຄະນະພັກແຄວ້ນລາວ ( ພັກປະຊາຊົນປະຕິວັດລາວໃນປັດຈຸບັນ ) ໄດ້ພິສູດໃຫ້ເຫັນວ່າ: ນັບແຕ່
ມື້ເລີ່ມຕົ້ນແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່, ການສູ້ຮົບຫຼາຍໆຄັ້ງໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ (21 ມີນາ 1946) ທີ່ແຂວງຄຳ
ມ່ວນນັ້ນເປັນບັ້ນຮົບໃຫຍ່ຄັ້ງທຳອິດໃນປະຫວັດສາດ, ທີ່ພວກເຮົາໄດ້ຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງທີ່ດຸເດືອດ ແລະ ຂ້ຽວຂາດທີ່ສຸດ, ພາຍໃຕ້ການຊີ້ນຳ-ບັນ
ຊາໂດຍກົງຂອງສະເດັດເຈົ້າສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ໄດ້ມີການຈັດຕັ້ງນຳພາຢ່າງສະຫຼາດສ່ອງໃສຕໍ່ຂະບວນການຕໍ່ສູ້ຂອງປະຊາ
ຊົນລາວ ແລະ ກຳລັງປະກອບອາວຸດເຮົາໃນເວລານັ້ນ. ບັ້ນຮົບຈັ້ງທ່າປ້ອງກັນຕົວເມືອງທ່າແຂກເປັນບັ້ນຮົບທຳອິດທີ່ກຳລັງປະກອບອາວຸດຮັກຊາດທັງລາວ ແລະ ຫວຽດ
ນາມໄດ້ສາມັກຄີຕີສະກັດກັ້ນບັ່ນທອນດັບສູນກຳລັງຂອງສັດຕູຢ່າງດຸເດືອດ ຂ້ຽວຂາດທີ່ສຸດ. ການສູ້ຮົບບັ່ນທອນສັດຕູເພື່ອປ້ອງກັນຕົວເມືອງທ່າແຂກໄດ້ແກ່ຍາວເຖິງ 9
ເດືອນ ຄື: ແຕ່ວັນທີ 10 ມີຖຸນາ 1945-21 ມີນາ 1946. ໃນນັ້ນບັ້ນຮົບທີ່ເດັ່ນ ແລະ ດຸເດືອດກວ່າໝູ່ແມ່ນວັນທີ 21 ມີນາ 1946 ດ້ວຍນໍ້າໃຈຮັກຊາດກຳລັງປະກອບອາ
ວຸດເຮົາ ແລະ ປະຊາຊົນຊາວເມືອງທ່າແຂກໄດ້ສູ້ຮົບຈັ້ງທ່າເດັດ ດ່ຽວປ້ອງກັນຕົວເມືອງທ່າແຂກຢ່າງພິລະອາດຫານ. ດັບສູນກຳລັງສັດຕູເປັນຈຳນວນຫຼາຍ ແຕ່ຍ້ອນກຳລັງ
ຂອງສັດຕູເໜືອກວ່າກຳລັງເຮົາຕັ້ງຫຼາຍເທົ່າ. ສະນັ້ນເພື່ອຮັກສາກຳລັງຈຶ່ງໄດ້ຖອນທະຫານອອກຈາກຕົວເມືອງທ່າແຂກ.

     ພາຍຫຼັງກອງກຳລັງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ລູກແຫຼ້ງຕີນມືຂອງພວກເຂົາໄດ້ເຂົ້າຢືດເອົາເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ
ຊາວຫວຽດນາມຜູ້ບໍລິສຸດດ້ວຍວິທີໂຫດຫ້ຽມຕາຍໄປ ຈຳນວນເກືອບ 2000 ກວ່າຄົນ, ໃນເວລານັ້ນ, ພວກເຂົາໄດ້ໃຊ້ປືນຍິງກວາດໃສ່ຝູງຊົນຄົນທົ່ວໄປໂດຍບໍ່ເລືອກ
ໜ້າ ແລ້ວໂຍນສົບລົງແມ່ນໍ້າຂອງເຮັດໃຫ້ນໍ້າຂອງ ຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ, ປະຊາຊົນຜູ້ບໍລິສຸດລວມມີທັງແມ່ຍິງ ແລະ ເດັກນອ້ຍຖືກຂ້າຕາຍ. ບັ້ນຮົບ
ປ້ອງກັນຕົວເມືອງທ່າແຂກແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສຳຄັນທີ່ສຸດຢູ່ປະເທດເຮົາ, ມັນໄດ້ກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ ແລະ ຍັງ
ເປັນວັນສາມັກຄີຕໍ່ສູ້ທີ່ອາດຫານຊານໄຊ, ເດັດຂາດບໍ່ຍອມຈຳນົນຂອງກອງທັບລາວອິດສະຫຼະສົມທົບກັບກອງກຳລັງທະຫານຫວຽດນາມ ແລະ ປະຊາຊົນເມືອງທ່າແຂກ
ພາຍໃຕ້ການບັນຊາຢ່າງປີຊາສາມາດ ແລະ ພິລະອາດຫານຂອງຄະນະກອງບັນຊາການກຳລັງປະກອບອາວຸດພວກເຮົາ ໂດຍມີປະທານ ສຸພານຸວົງ ເປັນຜູ້ບັນຊາໂດຍກົງ.

     ເຫດການວັນທີ 21 ມີນາ ໄດ້ຝັງເລິກໃນຄວາມຊົງຈຳຂອງປະຊາຊົນລາວທີ່ຮັກຊາດ ແລະ ຖືກຈາລຶກໄວ້ຢູ່ໃນປື້ມຄຳປະຫວັດສາດຂອງຊາດລາວເຮົາໄປຊົ່ວກາລະນານ.
ເມື່ອຫວນຄືນປະຫວັດສາດຂອງວັນທີ 21 ມີນາ 1946 ບັ້ນຮົບປ້ອງກັນຕົວເມືອງທ່າແຂກສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາຍິ່ງມີຄວາມ
ຈົດຈຳລໍ້າລຶກ ແລະ ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະ ຫຼະ ເພື່ອເອກະລາດຂອງຊາດໃນໄລຍະແຫ່ງການຕໍ່ສູ້ກູ້ຊາດເວົ້າລວມ ເວົ້າ
ສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ.

     ໂອກາດນີ້ ນັກສຳມະນາກອນ ແລະ ພະນັກງານປະຕິວັດອາວຸໂສບຳນານທີ່ຖືກເຊື້ອເຊີນໄດ້ຂຶ້ນເລົ່າຫວນຄືນມູນເຊື້ອບັ້ນຮົບປ້ອງກັນຕົວເມືອງທ່າແຂກວັນທີ 21 ມີນາ
1946 ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັກຊາດຕໍ່ ສູ້ບໍ່ຍອມຈຳນົນຂອງປະຊາຊົນບັນດາເຜົ່າໃນເມື່ອກ່ອນ ແລະ ການສ້າງສາພັດທະນາແຂວງຄຳມ່ວນໃນປັດຈຸບັນຈຳນວນ
10 ບົດ, ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ການສໍາມະນາໃນຄັ້ງນີ້ຈະດໍາເນີນໄປ ເປັນເວລາ 1 ວັນ.