ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ໂງຊວນລິກ ຕ້ອນຮັບຄະນະຜູ້ແທນຂັ້ນສູງ
ກົມໃຫຍ່ການເມືອງກອງທັບປະຊາຊົນລາວ


ພົນເອກ ໂງ ຊວນ ລິກ ຕ້ອນຮັບ ພົນຕີ ທອງລອຍ ສີລິວົງ ຄະນະຜູ້ແທນຂັ້ນສູງກົມໃຫຍ່ການເມືອງກອງທັບປະຊາຊົນລາວ

     ໃນຕອນແລງວັນທີ 19 ມີນານີ້, ທີ່ສຳນັກງານກະຊວງປ້ອງກັນປະເທດ ສສ ຫວຽດນາມ ທີ່ຮ່າໂນ້ຍ, ສະຫາຍ ພົນເອກ ໂງ ຊວນ ລິກ ກຳມະການກົມການເມືອງສູນ
ກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ
ສະຫາຍ ພົນຕີ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນໂອກາດ
ທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ.

     ເຂົ້າຮ່ວມໃນການຕ້ອນຮັບຄັ້ງນີ້, ຍັງມີສະຫາຍ ພົນຕີ ໂດກັນ ຮອງຫົວໜ້າກົມໃຫຍ່ການເມືອງ ກອງ ທັບປະຊາຊົນຫວຽດນາມ.

     ໃນໂອກາດການຕ້ອນຮັບຄັ້ງນີ້, ສະຫາຍ ພົນຕີ ທອງລອຍ ສີລິວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດທີ່ກະຊວງປ້ອງກັນປະເທດ
ແລະ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມຕໍ່ຄະນະຜູ້ແທນຂັ້ນສູງກົມໃຫຍ່ການເມືອງກອງທັບປະຊາຊົນລາວ. ພ້ອມດຽວກັນນີ້, ສະຫາຍ ພົນຕີ ທອງລອຍ
ສີລິວົງ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຂອບອົກຂອບໃຈຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດ
ຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ມາຍັງ ສະຫາຍ ພົນເອກ ໂງ ຊວນ ລິກ ທີ່ໄດ້ນຳພາຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສສ ຫວຽດນາມ ເຂົ້າຮ່ວມງານ
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ນະຄອນຫຼວງວຽງຈັນ ໄລຍະຜ່ານມານີ້, ສະຫາຍ ພົນຕີ ທອງລອຍ ສີລິວົງ ໄດ້ລາຍງານໃຫ້ສະ
ຫາຍ ພົນເອກ ໂງຊວນລິກ ກ່ຽວກັບໝາກຜົນການພົບປະສອງຝ່າຍກ່ອນໜ້ານີ້ ກັບສະຫາຍ ພົນເອກ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດ
ນາມ ທີ່ໄດ້ຮັບໝາກຜົນຢ່າງຈົບງາມ.

     ໃນໂອກາດນີ້, ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມໃນການພົບປະ ລະຫວ່າງຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນ
ຫວຽດນາມ ແລະ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວໃນຄັ້ງນີ້ ແລະ ສະແດງຄວາມເຊື່ອໝັ້ນວ່າກອງທັບສອງປະເທດຈະສືບຕໍ່ພົວພັນ ແລະ ຂະຫຍາຍ
ການຮ່ວມມືສອງຝ່າຍໃຫ້ດີຂຶ້ນເລື້ອຍໆ ເປັນຕົ້ນໃນດ້ານວຽກງານພັກ, ວຽກງານການເມືອງ, ສຶກສາອົບຮົມໃຫ້ພະນັກງານ-ນັກຮົບສອງປະເທດມີຄວາມເຊື່ອໝັ້ນຢ່າງສຸດ
ໃຈຕໍ່ການນຳພາຂອງພັກ, ມີນຳ້ໃຈເດັດດ່ຽວຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ປະຊາຊົນ ຕໍ່ສູ້ຕ້ານທຸກກົນອຸບາຍທຳລາຍແບ່ງແຍກສາຍພົວພັນຫວຽດນາມ-ລາວ, ພ້ອມກັນ
ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງ
ປະເທດໃຫ້ຂຶ້ນສູ່ລະດັບສູງຕື່ມອີກ.