ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ບາສີສູ່ຂວັນໃນໂອກາດ
ສົ່ງທ້າຍປີເກົ່າ ພສ 2559 ແລະ ຕ້ອນຮັບປີໃໝ່ ພສ 2560

     ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີບາສີສູ່ຂວັນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2559 ແລະຕ້ອນຮັບປີໃໝ່ ພສ 2560 ຂຶ້ນໃນວັນທີ
12 ເມສາ 2017 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາຈາກບັນດາກົມນ້ອຍ, ຫ້ອງການ, ຕະຫຼອດຮອດພະນັກງານນັກຮົບພາຍໃນ
ກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ເຂົ້າຮ່ວມພິທີບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2559 ແລະຕ້ອນຮັບປີໃໝ່ ພສ 2560

     ໃນໂອກາດສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ນີ້ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ຂຶ້ນກ່າວອວຍພອນໄຊອັນປະເສີດມາຍັງຄະນະນຳກົມໃຫຍ່, ກົມ
ນ້ອຍ, ຫ້ອງການ, ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກົມໃຫຍ່ການເມືອງກອງທັບ ຈົ່ງປະສົບແຕ່ຄວາມສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະມີຜົນ
ສຳເລັດໃນໜ້າທີ່ວຽກງານຍາດໄດ້ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວ, ເປັນຫ່ວງເປັນໃຍ ແລະອວຍພອນໄຊອັນອົບອຸ່ນ
ເຖິງພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ໃນການປົກປັກຮັກສາເຂດນ້ຳແດນດິນຂອງປະເທດ, ພະນັກງານອາວຸໂສບຳນານ, ຜູ້ເສຍອົງຄະ ແລະປະຊາຊົນ
ບັນດາເຜົ່າທຸກຖ້ວນໜ້າ ແລະຜູ້ທີ່ກຳລັງປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ຈົ່ງຫາຍຈາກພະຍາດໂລຄາໂດຍໄວກັບຄືນເມືອຫາຄອບຄົວ, ກົມກອງ ເພື່ອສືບຕໍ່ ປະຕິບັດໜ້າທີ່ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນຮຸ່ງເຮືອງຕໍ່ໆໄປ.

     ຈາກນັ້ນກໍໄດ້ມີການບາສີສູ່ຂວັນຜູກແຂນ ແລະຫົດນ້ຳໃຫ້ພອນເຊິ່ງກັນ ແລະກັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນຕາມຮີດຄອງປະເພນີຂອງລາວ
ທີ່ເຄີຍປະຕິບັດມາແຕ່ດົນນານ.