ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດຕັ້ງເຊື່ອມຊຶມຜົນສຳເລັດກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V

     ຄະນະພັກອົງການກົມໃຫຍ່ການເມືອງກອງທັບ ຈັດຕັ້ງເຜີຍແຜ່ເຊືຶ່ອມຊຶມຜົນສຳເລັດກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V
ໃນວັນທີ 20 ເມສາ 2017 ນີ້, ໂດຍການເປັນປະທານຂອງ ພັນເອກ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ສະມາຊິກພັກຈາກບັນດາກົມນ້ອຍ, ຫ້ອງການ ແລະ
ຮາກຖານທີ່ຂຶ້ນກັບເຂົ້າຮ່ວມຮັບຟັງ.


ພັນເອກ ວົງສອນ ອິນປານພິມ ເປັນປະທານເຊື່ອມຊຶມຜົນສຳເລັດ ກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V

     ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ຮູ້ວ່າ: ການເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານຈັດຕັ້ງ
ພັກ-ພະນັກງານທົ່ວກອງທັບ ຄັ້ງທີ V ນີ້ ກໍເພື່ອເຮັດໃຫ້ແຕ່ລະເປົ້າໝາຍໄດ້ເຊື່ອມຊຶມກຳແໜ້ນຄາດໝາຍສູ້ຊົນ, ວິໄສທັດກ່ຽວກັບການກໍ່ສ້າງພັກ, ພະນັກ
ງານທົ່ວກອງທັບໃນໄລຍະໃໝ່ ທີ່ກອງປະຊຸມດັ່ງກ່າວກຳນົດອອກເປັນພື້ນຖານບ່ອນອີງແກ່ການກໍ່ສ້າງພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທຸກ
ດ້ານ ແລະຍົກສູງຄວາມຮັບຜິດຊອບຂອງພະນັກງານສະມາຊິກພັກທົ່ວກອງທັບ ໂດຍຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄຸນທາດການເມືອງອັນໜັກແໜ້ນ,
ພ້ອມນີ້ຍັງໄດ້ເຜີຍແຜ່ເນື້ອໃນຈິດໃຈບົດໂອ້ລົມຂອງສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ
ປ້ອງກັນປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງພັກ-ພະນັກງານທົ່ວກອງທັບ ຄັ້ງທີ V ອີກດ້ວຍ.

     ໂອກາດນີ້ ສະຫາຍ ພັນເອກ ວົງສອນ ອິນປານພິມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ
ພ້ອມດ້ວຍພະນັກງານຫຼັກແຫຼ່ງສະມາຊິກພັກທົ່ວກົມໃຫຍ່ການເມືອງກອງທັບ ຈົ່ງພ້ອມກັນຍົກສູງຫຼັກໝັ້ນການເມືອງລັກສະນະນຳໜ້າຂອງພັກ, ຕ້ານທັດ
ສະນະທີ່ຜິດເຂວຕໍ່ແນວທາງນະໂຍບາຍຂອງພັກ, ແກ້ໄຂຄໍາພີຕາຍຕົວ, ອັດຕະວິໄສຮ້ອນຮົນຟ້າວຟັ່ງ, ຕ້ານແນວຄິດຫຼາຍເຄົ້າສວຍໃຊ້ໂອກາດ, ບໍ່ນັບຖື
ລະບຽບກົດໝາຍໃຫ້ໄດ້ໂດຍເດັດຂາດ, ພ້ອມກັນສືບຕໍ່ປັບປຸງການຈັດຕັ້ງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຍົກສູງຄວາມສາມາດນໍາພາ
ແລະກໍາລັງແຮງສູ້ຮົບຂອງການຈັດຕັ້ງຮາກຖານພັກໃຫ້ສູງຂຶ້ນຢ່າງຈະແຈ້ງ ເພື່ອນຳພາກົມກອງ, ຂະແໜງການວຽກງານຂອງຕົນເຮັດສຳເລັດໜ້າທີ່ໆໄດ້
ຮັບມອບໝາຍດ້ວຍໝາກຜົນອັນດີງາມ.