ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເຂົ້າ​ອວຍພອນຄະນະນຳ ກະຊວງປ້ອງກັນປະເທດ


     ໃນວັນທີ 13 ເມສາ 2021, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງ ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ພ້ອມ
ດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນຳ ກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນບຸນປີໃໝ່ ລາວ ພສ 2564, ເຊິ່ງໃຫ້ກຽດ
ຕ້ອນຮັບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ.

     ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ສະແດງຄວາມອວຍພອນອັນປະເສີດໃຫ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຈົ່ງມີສຸຂະພາບ
ແຂງແຮງ, ສືບຕໍ່ຊີ້ນຳກຳລັງໃນຖັນແຖວຂອງກອງທັບ ໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວໜ້າທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ຄະນະນຳ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ທີ່ເຫັນໄດ້
ຄວາມໝາຍຄວາມສຳຄັນ ແລະ ຖືເອົາວັນດັ່ງກ່າວເປັນການສະແດງຄວາມອວຍພອນເຊິ່ງກັນ ແລະ ກັນ, ພ້ອມກັນນັ້ນກໍຍັງໄດ້້ເນັ້ນໜັກໃຫ້ ຄະນະນຳກອງ
ບັນຊາການທະຫານນະ ຄອນຫຼວງວຽງຈັນ ຈົ່ງເພີ່ມທະວີເອົາໃຈໃສ່ປ້ອງກັນຕິດຕາມກວດກາສະຖານທີ່ການຫຼິ້ນບຸນປີໃໝ່ ໃນແຕ່ລະຈຸດຢ່າງເຄັ່ງຄັດ ເພື່ອ
ຮັບປະກັນເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບປອດໄພ 100 %.

     ພ້ອມກັນນັ້ນ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ພ້ອມດ້ວຍຄະນະ ຍັງໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະນຳກົມໃຫຍ່ການ
ເມືອງກອງທັບ, ກົມໃຫຍ່ເສນາທິການກອງທັບ ແລະ ກົມໃຫຍ່ພະລາທິການກອງທັບ ໃນໂອກາດວັນບຸນປີໃໝ່ເຊັ່ນດຽວກັນ.