ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ແຜນການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຫັດແອບ
ເດີນສວນສະໜາມໃນງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ

     ກອງປະຊຸມເຜີຍແຜ່ແຜນການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງກຳລັງ ແລະ ພາຫະນະ-ອາວຸດຫັດແອບເດີນຂະບວນສວນສະ
ໜາມໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2018 ນີ້, ໂດຍການເປັນປະທານ
ຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະ
ນະກົມໃຫຍ່, ວິທະຍາຄານ, ກອງພົນ, ກອງບັນຊາການ, ກອງພັນໃຫຍ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມເຜີຍແຜ່ແຜນການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຫັດແອບ
ເດີນສວນສະໜາມໃນງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ

     ພັນເອກ ຄໍາປ່ຽວ ພິມມະສອນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການຈັດຕັ້ງກຳລັງ ແລະ ພາຫະນະ-ອາວຸດຫັດແອບ
ເດີນສວນສະໜາມ ໂດຍໄດ້ແບ່ງອອກເປັນ 3 ຂະບວນ ໃຫຍ່ຄື: 1. ຂະບວນເດີນສວນສະໜາມປະກອບມີ 20 ກ້ອນກຳລັງ, 2. ຂະບວນພາຫະນະສູ້ຮົບ-
ອາວຸດການປະກອບມີ 4 ຂະບວນຄື: ຂະບວນລົດຕັງ-ຍານເກາະມີ 2 ຂະບວນ, ຂະບວນລົດແກ່ປືນໃຫຍ່ໜ້າດິນມີ 2 ຂະບວນ, ຂະບວນລົດແກ່ປືນປ້ອງ
ກັນອາກາດມີ 2 ຂະບວນ ແລະ ຂະບວນລົດຊ່າງແສງມີ 1 ຂະບວນ, 3. ຂະບວນກຳລັງປັກຫຼັກ ແລະ ກ້ອນກຳລັງມວນຊົນເຂົ້າຊົມ ແລະ ພາກສ່ວນສະ
ແດງມີ: ຫັດກາຍມວຍ, ມວຍປ້ອງກັນຕົວ ແລະ ໂດດຈ້ອງ. ຈາກນັ້ນກໍເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດເລກທີ 1629/ກປທ
ລົງວັນທີ 25/4/2018 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມການຈັດຕັ້ງສວນສະໜາມສະເຫຼີມສະຫຼອງ 18 ທ່ານ, ແຕ່ງຕັ້ງຄະນະຮັບຜິດຊອບເນື້ອໃນ
ແລະ ກອງເລຂາຊ່ວຍວຽກຄະນະຊີ້ນຳ 9 ທ່ານ, ແຕ່ງຕັ້ງຄະນະຮັບຜິດຊອບກ້ອນສວນສະໜາມມີ 25 ທ່ານ ແລະ ແຕ່ງຕັ້ງຄະນະອະນຸກຳມະການຮັບປະກັນ
ມີ 25 ທ່ານ.

     ທັງນີ້ກໍເພື່ອເປັນການຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາອົງການ, ກົມກອງ, ກ້ອນສວນສະໜາມ ແລະ ການນຳພາຫະນະ-ອາ
ວຸດເຂົ້າຮ່ວມຕາມການມອບໝາຍຄວາມຮັບຜິດຊອບດ້ານເນື້ອໃນ, ການຈັດຕັ້ງຫັດແອບ ແລະ ພິທີຈັດຕັ້ງສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວຄົບຮອບ 70 ປີ ສະແດງໄດ້ເຖິງການເຕີບໃຫຍ່ຂະຫຍາຍຕົວມີມູນເຊື້ອພິລະອາດຫານ ແລະ ມີຜົນສຳເລັດອັນຈົບງາມຂອງກອງທັບປະຊາ
ຊົນລາວ.