ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ປະກາດຮັບຮອງເອົາ ຄະນະບໍລິຫານງານພັກ ກອງພົນທີ 1 ສະໄໝ VI

.
ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 20 ພຶສະພາ 2020 ນີ້, ຢູ່ກອງພົນທີ 1 ໄດ້ເປີດກອງປະຊຸມປະກາດຮັບຮອງເອົາ ຄະນະບໍລິຫານງານພັກ ກອງພົນທີ 1 ສະໄໝ VI ຂຶ້ນ, ໂດຍໃຫ້ກຽດເຂົ້າ
ຮ່ວມເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ,
ມີ ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະບັນຊາການກອງພົນ, ຄະຫຼອດຮອດຕົວແທນສະ
ມາຊິກພັກໃນ ກອງພົນທີ 1 ເຂົ້າຮ່ວມ.

     ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າ ກົມຈັດຕັ້ງພັກ ໄດ້ຂຶ້ນອ່ານມະຕິຕົກລົງຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາ ຄະນະ
ບໍລິຫານງານພັກກອງພົນ ທີ 1 ສະໄໝທີ VI ຕາມລະບຽບຂອງ ພັກປະຊາຊົນປະຕິວັດລາວ; ສະໄໝທີ X, ໝວດທີ V, ມາດຕາ 25 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຜູ້
ແທນ ຫຼື ກອງປະຊຸມໃຫຍ່ສະມາຊິກພັກ, ອີງຕາມຜົນຂອງກອງປະຊຸມຜູ້ແທນຄັ້ງວັນທີ 22 ມັງກອນ 2020 ເລືອກຕັ້ງເອົາ ຄະນະບໍລິຫານງານກອງພົນທີ 1 ສະໄໝທີ VI.
ດັ່ງນັ້ນ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງຮັບຮອງເອົາ ຄະນະບໍລິຫານງານພັກ ກອງພົນທີ 1 ສະໄໝທີ VI ປະກອບມີບັນດາ ສະຫາຍ ດັ່ງລຸ່ມນີ້: 1. ສະຫາຍ ພົນ
ຈັດຕະວາ ແສງຍືນ ລັດສະໝີ, 2. ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ, 3. ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ, 4. ສະຫາຍ ພັນເອກ ອຸ່ນຈັນ ແດງວັນສົມ,
5. ສະຫາຍ ພັນເອກ ສົມເພັດ ແກ້ວວັນທອງ, 6. ສະຫາຍ ພັນໂທ ບຸນທະໜອມ ອິນທະວົງ, 7. ສະຫາຍ ພັນໂທ ສາຍຄໍາ ບຸນທະວົງ, 8. ສະຫາຍ ພັນໂທ ບຸນຄຸ້ມ ສີຄໍາ
ໄຊ, 9. ສະຫາຍ ພັນໂທ ຄໍາຊາວ ລິນທະກຸນແກ້ວ, 10. ສະຫາຍ ພັນໂທ ແສງເພັດ ແສງມະນີ ແລະ 11. ສະຫາຍ ພັນໂທ ສຸດໃຈ ເຈີບົວແພງ. ຕົກລົງຮັບຮອງເອົາ ຄະນະ
ປະຈໍາພັກປະກອບມີ: 1. ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ, 2. ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ, 3. ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ. ຕົກ
ລົງຮັບຮອງເອົາ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ ແລະ ຕົກລົງຮັບ
ຮອງເອົາ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ເປັນປະທານກວດກາພັກ, ສະຫາຍ ພັນໂທ ບຸນເຊິນ ຈັນຍາລາດ ແລະ ສະຫາຍ ພັນໂທ ຄໍາພູ ແກ້ວສະຫວ່າງ ເປັນ
ຮອງປະທານກວດກາພັກ.

     ໂອກາດດຽວກັນນີ້, ສະຫາຍ ພັນໂທ ພອນທອງ ສຸວັນດີ ຫົວໜ້າ ພະແນກພະນັກງານກອງ ພົນທີ 1 ກໍໄດ້ຂຶ້ນອ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ສຸ
ລິໄຊ ພິຈິດ ເປັນຮອງຫົວໜ້າ ຫ້ອງເສນາທິການກອງພົນທີ 1 ຕື່ມອີກ.

     ໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ໃຫ້ການໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກກອງພົນທີ 1 ຊຸດໃໝ່ ຈົ່ງພ້ອມກັນ
ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ໜ້າທີ່ການເມືອງ
ຂອງຕົນ, ກໍາແໜ້ນສິດ, ໜ້າທີ່ຂອງ ຄະນະພັກ ໂດຍຖືເອົາວຽກງານການເມືອງ-ນຳພາແນວຄິດເປັນວຽກງານແຖວໜ້າເພື່ອສຶກສາອົບຮົມໃຫ້ ຄະນະພັກທຸກຂັ້ນ, ສະມາຊິກ
ພັກ ທຸກສະຫາຍ ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນຕໍ່ເສັ້ນທາງ ກ້າວເດີນຂອງປະເທດຊາດ ພາຍໃຕ້ການນໍາພາຂອງພັກ ຕາມຈຸດໝາຍ
ສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ຮັບໃຊ້ຊາດ; ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດ, ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນດີງາມຂອງຊາດ, ຂອງພັກ,
ຂອງກອງທັບ ກໍຄືຂອງ ກົມກອງ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີສະຕິລະວັງຕົວສູງ, ຮູ້ຈໍາແນກມິດ-ສັດຕູຢ່າງຈະແຈ້ງ, ມີມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກເຮັດ
ສຳເລັດໜ້າທີ່, ລົງເລິກການກໍ່ສ້າງຮາກຖານ ພັດທະນາຊົນນະບົດຮອບດ້ານ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ກອງທັບ ກັບ ປະຊາຊົນ. ເອົາໃຈໃສ່ປັບປຸງກໍ່
ສ້າງພັກ-ກໍ່ສ້າງກໍາລັງໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທຸກດ້ານ ໂດຍຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນ ກົກ; ເອົາຄວາມສາມາດທາງດ້ານວິຊາສະ
ເພາະ; ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ, ຍົກສູງສະຕິຕໍ່ການຈັດຕັ້ງເອົາໃຈໃສ່ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບ
ຂອງກອງທັບໃຫ້ເຂັ້ມງວດ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຕັ້ງໜ້າເສີມຂະຫຍາຍແນວທາງການຕ່າງປະເທດ ຂອງພັກໃຫ້
ຖືກຕ້ອງ ແລະ ເຂົ້າສູ່ລວງເລິກຕາມມູນເຊື້ອສາມັກຄີຮັກແພງກັບບັນດາປະເທດ ເພື່ອນມິດຍຸດທະສາດເພື່ອສ້າງແກ່ນສານຄວາມສະຫງົບ, ຄວາມໝັ້ນຄົງທາງດ້ານເສດ
ຖະກິດ-ວັດທະນະທໍາຕາມທິດ ນຳຂອງພັກ ແລະ ມີຜົນສໍາເລັດ ທຸກດ້ານ.