ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫັນເອົາກຳລັງກໍ່ສ້າງຮາກຖານການເມືອງ ຢູ່ເຂດຈຸດສຸມໃຈກາງ

     ກະຊວງປ້ອງກັນປະເທດໄດ້ຫັນເອົາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນລົງກໍ່ສ້າງຮາກຖານການເມືອງ ຢູ່ເຂດຈຸດສຸມໃຈກາງແນໃສ່ເຮັດໃຫ້ 5 ແຂວງເຂດ
ໃຈກາງ ໂດຍສະເພາະແມ່ນແຂວງໄຊສົມບູນ ແລະ ແຂວງຊຽງຂວາງມີຄວາມສະຫງົບແຕ່ນີ້ຫາປີ 2020, ລະບົບຢູ່ຮາກຖານມີຄວາມເຂັ້ມແຂງ, ເຕົ້າໂຮມ
ບ້ານນ້ອຍທີ່ຕັ້ງຢູ່ກະແຈກກະຈາຍເຂົ້າກັນເປັນບ້ານໃຫຍ່ ແລະ ພັດທະນາໃຫ້ເປັນສີສັນຕົວເມືອງນ້ອຍໃນຊົນນະບົດ; ປະກອບສ່ວນເຂົ້າໃນການພັດທະນາ
ເສດຖະກິດ-ສັງຄົມເຮັດໃຫ້ຈຸດສຸມເຂດໃຈກາງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ຫຼຸດພົ້ນອອກຈາກ
ຄວາມທຸກຍາກເທື່ອລະກ້າວ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຜ່ານມະຕິຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ
ວ່າດ້ວຍການຫັນເອົາກໍາລັງຫຼວງແລະກຳລັງທ້ອງຖິ່ນລົງກໍ່ສ້າງຮາກຖານການເມືອງຢູ່ເຂດຈຸດສຸມໃຈກາງ

     ເພື່ອກຽມພ້ອມເຮັດໜ້າທີ່ດັ່ງກ່າວ, ກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງກອງປະຊຸມຜ່ານມະຕິຂອງຄະນະປະຈໍາພັກກະຊວງປ້ອງ
ກັນປະເທດສະບັບເລກທີ 1102/ຄປຈກຊ ວ່າດ້ວຍການຫັນເອົາກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນລົງກໍ່ສ້າງຮາກຖານການເມືອງຢູ່ເຂດຈຸດສຸມໃຈກາງ ໃນ
ວັນທີ 20 ມິຖຸນານີ້, ໂດຍເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ມີຄະນະພັກ-ຄະນະບັນຊາບັນດາກົມ, ກອງ, ຄະນະຮັບຜິດຊອບການຊີ້ ນໍາພັດທະນາຈຸດສຸມເຂດໃຈກາງເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບການພັດທະນາເສດຖະກິດ-ສັງຄົມ ແລະ ການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຈຸດສຸມເຂດໃຈກາງໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳພັກກະຊວງປ້ອງກັນປະເທດ ເຊິ່ງໄດ້ຊີ້ອອກວ່າ: ການກໍ່ສ້າງຮາກ
ຖານການເມືອງ -- ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ ຢູ່ 5 ແຂວງເຂດໃຈກາງເວົ້າລວມ, ເວົ້າສະເພາະຢູ່ແຂວງໄຊສົມບູນ ແລະ
ແຂວງຊຽງຂວາງແມ່ນເລັງໃສ່ເຮັດໃຫ້ຂົງເຂດນີ້ມີຄວາມສະຫງົບແຕ່ນີ້ຮອດປີ 2020, ສ້າງກໍາລັງຫຼັກແຫຼ່ງແກ່ນສານກັບທີ່ໃຫ້ມີຄວາມເຂັ້ມແຂງ, ໜັກ
ແໜ້ນ ໂດຍສະເພາະແມ່ນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເອົາການພັດທະນາເສດຖະ
ກິດເປັນໃຈກາງ, ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນສໍາຄັນ. ສະນັ້ນຄະນະປະຈໍາພັກກະຊວງປ້ອງກັນປະເທດຈຶ່ງໄດ້ມອບໃຫ້ຄະນະຊີ້
ນໍໍາວຽກງານກໍ່ສ້າງຮາກຖານການເມືອງ 5 ແຂວງໃຈກາງ ເວົ້າລວມ, ເວົ້າສະເພາະແຂວງໄຊສົມບູນ ແລະ ແຂວງຊຽງຂວາງສົມທົບກັບພາກສ່ວນທີ່ກ່ຽວ
ຂ້ອງຄັດເລືອກເອົາພະນັກງານຈາກກົມກອງກໍາລັງຫຼວງ ແລະ ທ້ອງຖິ່ນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຢູ່ເຂດດັ່ງກ່າວ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ໂອ້ລົມ ແລະ ມອບໝາຍໜ້າທີ່ໃຫ້ແກ່ພະ ນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ ໂດຍ
ໄດ້ເນັ້ນໃຫ້ແຕ່ລະສະຫາຍພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດໜ້າທີ່ຂອງຕົນຕາມ
ການມອບໝາຍຂອງຂັ້ນເທິງ ເພື່ອເຮັດໃຫ້ເຂດດັ່ງກ່າວມີຄວາມສະຫງົບ ແລະ ນັບມື້ໄດ້ຮັບການພັດທະນາ.