ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 497 ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ

     ໃນວັນທີ 18 ມີຖຸນາ 2021 ນີ້, ກອງພັນໃຫຍ່ 497 ໄດ້ປະກາດການຈັດຕັ້ງນຳພາ-ບັນຊາ, ຂັ້ນຫົວໜ້າ ການເມືອງກອງພັນໃຫຍ່ ໂດຍການເປັນປະ
ທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ຄະນະ
ພັກ-ຄະນະບັນຊາ ກອງພັນໃຫຍ່ 497, ພະແນກການກົມກອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ສະ
ບັບເລກທີ 1839/ກປທ ລົງວັນທີ 30 ມີນາ 2021 ວ່າດ້ວຍການອະນຸຍາດ ໃຫ້ນາຍທະຫານຢູ່ກອງພັນໃຫຍ່ 497 ພັກການເພື່ອກຽມຮັບເບ້ຍບໍານານ,
ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງ ອະນາດ
ໃຫ້ ສະຫາຍ ພັນເອກ ຄໍາເພັງ ແກ້ວວົງສາ ຫົວໜ້າການເມືອງກອງພັນໃຫຍ່497 ພັກການເພື່ອກຽມຮັບເບ້ຍບໍານານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ
ຫົວໜ້າການເມືອງກອງພັນໃຫຍ່ 497 ຜູ້ໃໝ່, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ,ຍົກຍ້າຍນາຍທະຫານ ທັງນີ້
ກໍເພື່ອເປັນປັບປຸງ ບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາ,ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອປົກປັກຮັກສາ ແລະ ພັດທະ
ນາປະເທດຊາດ ດັ່ງນັ້ນ.ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ພອນໄຊ ບໍລະດົມ ເປັນຫົວໜ້າການເມືອງກອງພັນໃຫຍ່ 497.

     ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຫົວໜ້າກົມຈັດຕັ້ງພັກ ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການເມືອງ ກອງພັນ
ໃຫຍ່ 497 ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນ ມະນີແສງ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງກອງພັນໃຫຍ່ 497 ແລະ
ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນ ກຳມະການຄະປະຈຳພັກ ເລຂາ,ຮອງເລຂາ ແລະ ກຳມະການຄະນະພັກ ກອງພັນໃຫຍ່ 497 ເຊິ່ງ
ປະກອບມີ ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ເປັນເລຂາຄະນະພັກ, ສະຫາຍ ພັນໂທ ພອນໄຊ ບໍລະດົມ ເປັນກຳມະການຄະນະປະຈຳພັກ ທັງເປັນຮອງ
ເລຂາຄະນະພັກ, ສະຫາຍ ພັນໂທ ສຸວັນ ມະນີແສງ ເປັນກຳມະການຄະນະພັກ ແລະ ສະຫາຍ ພັນໂທ ວັນຄຳ ສໍບຸນເຮືອງ ເປັນກຳມະການຄະນະພັກ ກອງ
ພັນໃຫຍ່ 497.

     ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ,ຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຫົວໜ້າການເມືອງກອງພັນ
ໃຫຍ່ 497 ຜູ້ເກົ່າ ທີ່ໄດ້ເຮັດສຳເລັດໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໃນຕະຫຼອດໄລຍະແຫ່ງການເຄື່ອນໄຫວ
ປະຕິບັດໜ້າທີ່ຢູ່ໃນຖັນແຖວຂອງກອງທັບ, ໂດຍສະເພາະແມ່ນຢູ່ໃນກົມກອງ ແລະ ຕໍ່ຜົນງານການຊີ້ນໍາ - ນຳພາ ທີ່ຄະພັກ-ຄະນະບັນຊາ, ພະນັກງານ-ນັກ
ຮົບໃນທົ່ວກອງພັນໃຫຍ່ 497 ຍາດມາໄດ້ໃນໄລຍະຜ່ານມາ, ສາມາດເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫົງບປອດໄພ ແລະ
ຄວາມເປັນລະບຽບຮ້ອຍ. ພ້ອມທັງ ໄດ້ຍົກໃຫ້ເຫັນຄວາມຈໍາເປັນ ກົດເກນ ພາວະວິໄສ ກໍຄືຄວາມຮຽກຮອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະ
ໃໝ່, ສະນັ້ນ ທາງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ຈຶ່ງໄດ້ຕົກລົງບົ່ງບົວແຕງຕັ້ງຄະນະພັກ - ຄະນະບັນຊາກອງພັນໃຫຍ່497ຜູ້ໃໝ່, ເພື່ອເປັນການສືບ
ຕໍ່ຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດ. ພ້ອມທັງຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ຮັບໜ້າທີ່ໃໝ່ ຕ້ອງໄດ້ຍົກສູງບົດບາດ ຄວາມຮັບຜິດຊອບ ໜ້າທີ່
ການເມືອງຂອງຕົນໃຫ້ສູງກ່ວາເກົ່າ, ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້,ຄວາມສາມາດ,ຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີ
ຄວາມສາມັກຄີພາຍໃນ, ພາຍນອກ ແລະ ຮັກສາເສີມຂະຫຍາຍມູນເຊື້ອຂອງກົມກອງ, ເອົາໃຈໃສ່ການສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ຕິດພັນ
ກັບສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຮັບປະກັນການນຳພາກົມກອງໃຫ້ກາຍເປັນກົມກອງ ທີ່ມີລະບຽບແບບແຜນ ແລະ ທັນສະໄໝຂຶ້ນ
ເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/06/2021