ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ III


ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານ ກ່າວປິດກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ III

     ກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ III ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນຕອນເຊົ້າຂອງ
ວັນທີ 21 ກໍລະກົດ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ. ໂດຍການເປັນກຽດກ່າວປິດກອງປະຊຸມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ
ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ປະທານສະພາວິທະຍາສາດການທະຫານ ມີ
ທ່ານ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາກົມໃຫຍ່, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ,
ວິທະຍາຄານ, ໂຮງຮຽນ, ກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ກະຊວງປ້ອງກັນຄວາມສະຫງົບ, ອົງການຝ່າຍລັດ, ພະນັກງານອາວຸໂສ
ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.


ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ອ່ານວາລະກອງປະຊຸມ ແລະ ກ່າວຈຸດປະສົງກອງປະຊຸມ


ບັນດາພະນັກງານອາວຸໂສຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມ





ບັນດາ​ກົມ​ກອງ​ຕ່າງໆ​ປະກອບ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ວິທະຍາສາດ-ປະຫວັດສາດ ການ​ທະຫານ ທົ່ວ​ກອງທັບ​ຄັ້ງ​ທີ III

     ກອງປະຊຸມສະຫຼຸບ 5 ປີ ວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ່ III ຄັ້ງນີ້ ໄດ້ມີພິທີຍ້ອງຍໍຜົນງານໃຫ້ບັນດາກົມກອງ
ຕ່າງໆຄື: ປະດັບຫຼຽນໄຊພິລະອາດຫານ ຊັ້ນ  II ໃຫ້ 3 ພາກສ່ວນ ແລະ ປະດັບຫຼຽນໄຊພິລະອາດຫານ ຊັ້ນ  III ໃຫ້ 2 ພາກສ່ວນ ເປັນກຽດປະດັບຫຼຽນ
ໄຊພິລະອາດຫານໂດຍແມ່ນ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ພ້ອມດຽວ
ກັນນີ້, ກໍ່ໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ 19 ພາກສ່ວນ ເປັນກຽດມອບໂດຍ ທ່ານ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ
ປະຫວັດສາດ ການທະຫານ ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ 14 ພາກສ່ວນ ເປັນກຽດມອບໂດຍ ທ່ານ ພັນເອກ ສຸລິວັນແສງຈັນ
ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ.


ພົນຕີ ວິໄລ ຫຼ້າຄຳຟອງ ປະດັບຫຼຽນໄຊພິລະອາດ ຊັ້ນ II


ພົນຕີ ວິໄລ ຫຼ້າຄຳຟອງ ປະດັບຫຼຽນໄຊພິລະອາດ ຊັ້ນ III


ພັນເອກ ວຽງໄຊ ສົມວິຈິດ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ


ພັນເອກ ສຸລິວັນ ແສງຈັນ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ


ພົນຕີ ວິໄລ ຫຼ້າຄຳຟອງ ໂອ້ລົມຕໍ່ກອງປະຊຸມ

     ພົນຕີ ວິໄລ ຫຼ້າຄຳຟອງ ໂອ້ລົມຕໍ່ກອງປະຊຸມ ຜ່ານໄລຍະດໍາເນີນກອງປະຊຸມ ແມ່ນມີບັນຍາກາດຟົດ ຟື້ນ ແລະ ມີເນື້ອໃນເລິກເຊິ່ງສົມຄວນ, ເຊິ່ງມີ
ຫຼາຍໂຄງການປະຫວັດສາດມູນເຊື້ອຂອງບັນດາກົມກອງຕ່າງໆໄດ້ສໍາເລັດໂດຍພື້ນຖານ, ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ພື້ນຖານ, ມີຫຼາຍໂຄງການໄດ້ຈັດ
ພິມອອກສູ່ສາຍຕາມວນຊົນ ແລະ ຈໍານວນໜຶ່ງກໍ່ເກັບຮັກສາໄວ້ພາຍໃນ. ຈາກຜົນງານດັ່ງກ່າວນັ້ນ, ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າຂອງການຄົ້ນ
ຄວ້າຮຽບຮຽງວຽກງານວິທະຍາສາດ-ປະຫວັດສາດການທະຫານ ແລະ ເສີມຂະຫຍາຍມູນເຊື້ອການທະຫານຂອງຊາດລາວວິລະຊົນ, ສາມາດຕອບສະໜອງ
ຈິດໃຈຂອງນັກຮຽນຮູ້ປັນຍາຊົນທີ່ສະແຫວງຫາຄວາມຮູ້ທາງດ້ານປະຫວັດສາດການທະຫານຂອງຊາດ, ຄົ້ນຄວ້າຮີບໂຮມບັນດາຜົນງານໃນການດໍາເນີນສົງ
ຄາມຕໍ່ຕ້ານທີ່ດຸເດືອດຂອງ​ບັນດາກໍາລັງ​ປະກອບ​ອາວຸດ, ຂອງ​ພະນັກງານ-ນັກຮົບ​ຫຼາຍ​ຮຸ້ນ​ໃນ​ທົ່ວ​ກອງທັບ, ນອກນັ້ນ ກົມ​ວິທະຍາສາດ-ປະຫວັດສາດ​ ການ|
​ທະຫານ ຍັງ​ໄດ້​ເຂົ້າຮ່ວມ​ໃນ​ຫຼາຍ​ໂຄງການ​ລະດັບ​ຊາດ ​ແລະ ສາກົນ​ ໂດຍໄດ້​ຈັດສໍາ​ມະ​ນາຢູ່ຫຼາຍແຂວງໃນທົ່ວປະເທດ ເຊິ່ງສຸດທີ່ມີຄວາມໝາຍຄວາມສຳ
ຄັນທາງປະຫວັດສາດ. ໃນ 5 ປີຜ່ານມາ ສາມາດບັນລຸໄດ້ຄາດໝາຍທີ່ກຳນົດໄວ້, ຫຼາຍກົມກອງສາມາດເສີມຂະຫຍາຍໄດ້ດ້ານຕັ້ງໜ້າ, ເປັນເຈົ້າການ ແລະ
ມີຄວາມພະຍາຍາມສູງ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເພື່ອຮັບປະກັນເຮັດສໍາເລັດໃນແຕ່ລະໂຄງການຕາມແຜນການທີ່ໄດ້ວາງອອກເລີ່ມແຕ່ມີການ
ຈັດຕັ້ງກອງປະຊຸມວຽກງານວິທະຍາສາດ-ປະຫວັດສາດການທະຫານທົ່ວກອງທັບຄັ້ງທີ II ມາ​ເຖິງ​ປະຈຸ​ບັນ ສາມາດ​ເຮັດ​ສໍາ​ເລັດ​ຫຼາຍໆ​ໂຄງການ, ຜົນງານ
​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ​ແລະ ອົງການ​ວິຊາ​ສະ​ເພາະ​ຕໍ່ໜ້າ​ທີ່​ການ​ເມືອງຂອງ​ຕົນ, ການຄົ້ນຄວ້າ​ຮຽບຮຽງ
​ຂຽນປະຫວັດສາດມູນ​ເຊື້ອ, ສະຫຼຸບ​​​ບັ້ນຮົບ​-ບັ້ນຕີຕ່າງໆໃນທົ່ວປະ​ເທດ ​ແລະ ການ​ເກັບ​ກໍາ​ຜົນງານ​ປະຫວັດສາດ​ມູນ​ເຊື້ອ​ຂອງ​ກົມ​ກອງ​ລວມໝູ່, ບຸກຄົນ
​ວິລະ​ຊົນ, ນັກຮົບ​ແຂ່ງຂັນ ​ແມ່ນ​ໄດ້​ບັນທຶກ​ເຂົ້າ​ໃນ​ປຶ້ມ​ປະຫວັດສາດ​ຂອງ​ຊາດ​ເຮົາ; ພ້ອມ​ນັ້ນ​ວຽກ​ງານ​ຄົ້ນຄວ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ​ ສິ່ງ​ແວດ
​ລ້ອມ​ການ​ທະຫານ​ກໍ່​ມີ​ທ່ວງທ່າ​ຂະຫຍາຍຕົວ ​ເພື່ອ​ໃຫ້​ຄົນ​ຮຸ້ນ​ສືບ​ທອດ​ໄດ້​ອ່ານ, ​ໄດ້​ຄົ້ນຄວ້າ​, ສຶກສາ​ຮໍ່າຮຽນ ​ເຮັດ​ໃຫ້​ພະນັກງານ​-ນັກຮົບມີ​ນໍ້າ​ໃຈ​ປະຕິວັດ
ສູງ ​ໂດຍ​ສືບ​ທອດຈາກ​ວິລະ​ກໍາຈາກຄົນຮຸ້ນຫຼັງທີ່ເຄີຍຈາລຶກໄວ້ໃນປະຫວັດສາດ.

     ໂອກາດນີ້, ທ່ານປະທານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສາມບັນຫາຄື: ຕ້ອງ​ຮີບ​ຮ້ອນ​ປັບປຸງ​ການຈັດຕັ້ງຂະ​ແໜງການ, ພະ​ແນ​ກການຕ່າງໆກ່ຽວກັບວຽກ
ງານຄົ້ນຄວ້າ​ວິທະຍາສາດ-ປະຫວັດສາດ​ ການທະຫານໃຫ້ສອດ​ຄ່ອງກັບ​ເງື່ອນ​ໄຂໃນໄລຍະ​ໃໝ່; ຮີບ​ຮ້ອນສ້າງແຜນການ​ກໍ່ສ້າງ ​ແລະ ບຳລຸງຖັນ​ແຖວ​ພະນັກ
ງານວິຊາ​ການ, ລົງ​ເລິກ​ການຄົ້ນຄວ້າ​ວິທະຍາສາດ-ປະຫວັດສາດ ​ການ​ທະຫານ; ຕ້ອງກໍາແໜ້ນລັກສະນະພັກ ແລະ ລັກສະນະວິທະຍາສາດ ໃນການຄົ້ນຄວ້າ
ວິທະຍາສາດ-ປະຫວັດສາດ ການທະຫານ. ໂດຍປະຕິບັດຕາມ 4 ໜ້າ​ທີ່​ໃຫຍ່, 26 ​ແຜ​ນງານ ທີ່ອົງຄະນະພັກກະຊວງປ້ອງກັນປະເທດໄດ້ວາງອອກ, ທຸກພາກ
ສ່ວນ, ທຸກຂະແໜງການໃນທົ່ວກອງທັບ ຕ້ອງມີສ່ວນຮ່ວມປະສານສົມທົບຢ່າງແໜ້ນແຟ້ນ, ມີຄວາມຮັບຜິດຊອບສູງ ເພື່ອນໍາໄປເຖິງຜົນສໍາເລັດອັນໃຫຍ່
ຫຼວງກວ່າເກົ່າ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາກອງທັບເຮົາໃຫ້ກາຍເປັນກອງທັບ ນັບມື້ນັບທັນສະ​ໄໝ. ຈາກນັ້ນ ທ່ານປະທານກອງປະຊຸມ
ກໍ່ໄດ້ກ່າວປິດກອງປະຊຸມຢ່າງເປັນທາງການ.


ພາບລວມບັນຍາກາດພາຍໃນກອງປະຊຸມສະຫຼຸບວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ຄັ້ງທີ III