ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2017

     ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ ໃນ
ວັນທີ 18 ສິງ ຫານີ້, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງ
ປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ, ບັນດາບໍລິສັດລັດວິສາຫະກິດ ແລະ ກົມທີ່ຂຶ້ນກັບເຂົ້າຮ່ວມ.


ທ່ານ ພົນຕີ ຄຳສີ ວົງຄຳຊາວ ເປັນປະທານສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2017

     ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຄະນະພັກອົງການ, ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບ 6 ເດືອນ ຜ່ານມາເຫັນວ່າພະ
ນັກງານ-ນັກຮົບເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນຕິດຕາມ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປາກົດການຫຍໍ້ທໍ້ຕາງໆໃນ ຂອບເຂດກົມ
ກອງຂອງຕົນຮັບຜິດຊອບໃຫ້ມີຄວາມສະຫງົບ ປອດໄພໄປຄຽງຄູ່ກັບການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນທາງດ້ານການເມືອງ-ແນວ
ຄິດ, ຕິດພັນກັບວຽກງານການພົວພັນ ແລະ ຮ່ວມມືກັບຕ່າງປະເທດຈັດຕັ້ງປະຕິບັດຮ່ວມມືຮອບດ້ານກັບກອງທັບ ສສ ຫວຽດນາມ ໂດຍສຸມໃສ່ການ
ກະກຽມສະເຫຼີມສະຫຼອງສອງວັນປະຫວັດສາດ, ການຮ່ວມມືກັບກອງທັບ ສປ ຈີນ ແລະ ພົວພັນຮ່ວມມືກັບກອງທັບຕ່າງປະເທດ ໃນໂລກ, ມີບັນດາຫົວ
ໜ່ວຍ ທຸລະກິດທີ່ຂຶ້ນກັບການຊີ້ນຳ ແລະ ຄຸ້ມຄອງຂອງຫ້ອງວ່າການກະຊວງປ້ອງກັນປະເທດ, ເຊິ່ງເຮັດໜ້າທີ່ກໍ່ສ້າງພື້ນຖານໂຄງຮ່າງເຄຫາສະຖານ, ຂົວ
ທາງ, ໂທລະຄົມ ແລະ ຂົນສົ່ງທາງອາກາດ, ເຊິ່ງມີຫຼາຍບໍລິສັດ-ລັດວິສາຫະກິດເຄື່ອນໄຫວທຸລະກິດຂອງຕົນ ມີຄວາມຄ່ອງຕົວ, ມີລາຍຮັບສູງ, ມີຜົນກຳ
ໄລ, ຮັບປະກັນດ້ານເງິນເດືອນ, ເງິນສະຫວັດດີການສັງຄົມ, ມອບພາສີ-ອາກອນ ແລະ ມອບພັນທະໃຫ້ຂັ້ນເທິງຄົບຖ້ວນ, ນອກນັ້ນຍັງໄດ້ປະກອບສ່ວນ
ຊ່ວຍເຫຼືອອຸປະຖຳໃຫ້ແກ່ ກົມກອງທ້ອງຖິ່ນທາງດ້ານວັດຖຸ ແລະ ເງິນຄຳ, ນອກນີ້ຍັງໄດ້ຈັດຕັ້ງເຄື່ອນໄຫວວຽກງານຂະບວນການກີລາ, ສິລະປະ-ວັນນະ
ຄະດີ, ຖາມ-ຕອບຄວາມຮູ້ຮອບຕົວ ແລະ ອື່ນໆທີ່ກົມກອງຈັດຂຶ້ນຢ່າງມີບັນຍາກາດເບີກບານ ມ່ວນຊື່ນ. ຜ່ານການເຄື່ອນໄຫວ ດັ່ງກ່າວສາມາດຂະຫຍາຍ
ມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 22 ສະຫາຍ, ຮັບຮອງເອົາແມ່ຍິງ 3 ດີ ປະເພດ I ຈຳນວນ 181 ສະຫາຍ, ປະເພດ II ຈຳນວນ 62 ສະ
ຫາຍ ເຊິ່ງປັດຈຸບັນມີເງິນກອງທຶນ ຈຳນວນ 404 ລ້ານກວ່າກີບ ແລະ ເງິນກອງທຶນຂອງຊາວໜຸ່ມ ຈຳນວນ 139 ລ້ານກວ່າກີບ. ກອງປະຊຸມຍັງໄດ້ຜັດ
ປ່ຽນກັນ ຂຶ້ນປະກອບຄຳຄິດເຫັນໃສ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2017 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກ
ງານ ໜ້າທີ່ວິຊາສະເພາະຂອງຕົນ, ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ ຄົງຄ້າງໃນຕໍ່ໜ້າໃຫ້ມີຜົນສຳເລັດດີຂຶ້ນເປັນກ້າວໆ.