ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານ
ການປົກປັກຮັກສາສິ່ງແວດລ້ອມຢູ່ກອງພັນໃຫຍ່ 941


ພັນເອກ ວິຊຽນ ສີສະອາດ ເປັນປະທານກອງປະຊຸມເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມຢູ່ກອງພັນໃຫຍ່ 941

     ໃນວັນທີ 18 ສິງຫາ 2017 ຜ່ານມານີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ສ້າງ
ຈິດສຳນຶກດ້ານການປົກປັກຮັກສາສິ່ງແວດລ້ອມ ຢູ່ກອງພັນໃຫຍ່ 941 ໂດຍການເປັນປະທານຂອງສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງເລຂາຄະນະ
ພັກຮາກຖານ ຮອງຫົວໜ້າກົມ ວສ-ປສ ການທະຫານ ເຂົ້າຮ່ວມ ມີສະຫາຍພັນເອກ ວອນຄຳ ສຸຂະວົງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່
941 ມີຄະນະພັກ-ຄະນະບັນຊາ, ບັນດາຄະນະນຳກອງພັນນ້ອຍຂື້ນກັບ ແລະ ພະນັກງານວິຊາການເຂົ້າຮ່ວມ.

     ສະຫາຍ ພັນໂທ ຄຳໄຊ ສະນີແກ້ວ ຮອງຫົວໜ້າພະແນກວິທະຍາສາດ ກົມວສ-ປສ ການທະຫານ ໄດ້ຂຶ້ນສະເໜີຄວາມສຳຄັນ ແລະ ຄວາມຈຳເປັນ
ຂອງຂໍ້ກຳນົດວ່າດ້ວຍການຄຸ້ມຄອງສິ່ງ ແວດລ້ອມການທະຫານກອງທັບປະຊາຊົນລາວ, ແຜນດຳເນີນງານດ້ານສິ່ງແວດລ້ອມ 5 ປີ ຄັ້ງທີ II ແຕ່ປີ 2016-
2020 ເຊິ່ງເນື້ອໃນເອກະສານຂໍ້ກຳນົດປະກອບມີ: 7 ພາກ, 9 ໝວດ, 66 ມາດຕາ, ແຜນດຳເນີນງານມີ 4 ພາກ ເຊິ່ງໄດ້ກຳນົດຈຸດໝາຍລວມ, ຄາດ
ໝາຍສູ້ຊົນ, ບັນດາແຜນງານ, ບູລິມະສິດ, ວຽກງານຈຸດສຸມ ແລະ ເວລາຈັດຕັ້ງປະຕິບັດໃນແຕ່ລະໄລຍະກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ
ການທະຫານແບບຍືນຍົງເພື່ອແນ່ໃສ່ຂະຫຍາຍພື້ນທີ່ປ່າໄມ້ໃຫ້ໄປຕາມທິດຊີ້ນຳຂອງພັກ-ລັດ ແລະ ກອງທັບ, ສ້າງຄ້າຍຄູໃຫ້ມີສີຂຽວສະອາດຈົບງາມ
ຮອດປີ 2020 ໃຫ້ມີປ່າໄມ້ປົກຫຸ້ມ 70% ຂອງເນື້ອທີທົ່ວປະເທດ.

     ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ແນວທາງ ແລະ ວິທີການຈັດຕັ້ງປະຕິບັດໃຫ້ມີທ່າກ້າວຂະຫຍາຍຕົວຂື້ນ. ພ້ອມ
ກັນນັ້ນກໍ່ໄດ້ມອບປ້າຍໂຄສະນາສິ່ງ ແວດລ້ອມໃຫ້ບັນດາກົມກອງ ເພື່ອນຳໄປໂຄສະນາ ແລະ ເຊື່ອມຊຶມກຳແໜ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະ ໃນ
ຕອນທ້າຍກໍ່ຍັງຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ຮອງຫົວໜ້າກົມ ວສ-ປສ ການທະຫານຕື່ມອີກ.


ພາບລວມບັນຍາກາດພາຍໃນກອງປະຊຸມ