ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບປາຖະກະຖາວັນສ້າງຕັ້ງອາຊຽນ
ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ

     ໃນຕອນເຊົ້າວັນທີ 20/9/2017 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອາຊຽນຄົບຮອບ 50 ປີ ວັນທີ 8/8/1967-
8/8/2017 ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ, ວັນທີ 9/9/2002-9/9/2017 ຂຶ້ນ ໂດຍພາຍໃຕ້ການເປັນປະທານ
ແລະ ປາຖະກະຖາຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ເລຂາຄະນະພັກ, ຫົວໜ້າກົມໃຫຍ່ພະ
ລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະນຳຫ້ອງການ-ພະແນກການ ພ້ອມດ້ວຍພະນັກງານຈາກກົມກອງທີ່ຂຶ້ນ
ກັບເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານປາຖະກະຖາວັນສ້າງຕັ້ງອາຊຽນ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ

     ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດຄວາມເປັນມາຂອງອາຊຽນວ່າ: ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງ
ຫາ 1967, ມີສະມາຊິກ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ ແລະ ໄທ, ຈຸດປະສົງຂອງອາຊຽນເພື່ອປົກປັກຮັກສາ ແລະ ສົ່ງເສີມ
ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ການສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະ
ນະທຳ-ສັງຄົມໃຫ້ກວ້າງຂວາງ, ເພື່ອຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ຄວາມເປັນເຈົ້າການໃນຖານະເປັນກຳລັງຂັບເຄື່ອນຕົ້ນຕໍໃນ
ການຮ່ວມມືພົວພັນລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາກພື້ນ, ຫຼັກການພື້ນຖານເຄົາລົບເອກະລາດອະທິປະໄຕ, ຄວາມສະເໝີພາບ, ຜືນ
ແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດ, ຕໍ່ຈາກນັ້ນ ໃນພິທີກໍໄດ້ຮັບຟັງການຫວນຄືນມູນເຊື້ອປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ
ຕົວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃນຕະຫຼອດໄລຍະ 15 ປີຜ່ານມາ ບົນເສັ້ນ
ທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫຼະນາໆປະການ, ຕໍ່ສູ້ເພື່ອຊາດເພື່ອປະຊາຊົນ, ຕີຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງ
ກວ່າເຮົາບໍ່ຮູ້ຈັກເທົ່າໃດທົບ, ເພື່ອເຮັດໃຫ້ກົນອຸບາຍຂອງຈັກກະພັດອາເມຣິກາ ແລະ ລູກແລ້ງຕີນມືຖືກທັບມ້າງ, ພວກເຮົາໄດ້ນຳພາ ແລະ ປຸກລະດົມທຸກ
ກຳລັງແຮງຂອງການປະຕິວັດ, ເປັນເຈົ້າການບຸກຕີສັດຕູຢູ່ບັ້ນຮົບຍຸດທະສາດສຳຄັນຕ່າງໆຢ່າງໜັກໂດຍໃຊ້ 3 ບາດຄ້ອນໂມ່ງໃສ່ຫົວຂອງພວກມັນ ແລະ
ເຮັດໃຫ້ພວກມັນຕ້ອງຖືກປາລາໄຊຢ່າງສິ້ນເຊີງກ້າວໄປສູ່ການຢຶດອຳນາດໃນຂອບເຂດທົ່ວປະເທດສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ບັນດາສະຫາຍພະນັກ
ງານ-ນັກຮົບເກົ່າໃນກຳລັງປະກອບອາວຸດ ກໍໄດ້ສືບຕໍ່ການເຄື່ອນໄຫວຢູ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາອົງການສຳຄັນຂອງພັກ
ເພື່ອເພີ້ມທະວີໃນການປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ.

     ການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານທັງເກົ່າ ແລະ ໃໝ່ຂອງນັກຮົບປະຕິວັດ, ນັກຮົບກຳລັງປະກອບອາວຸດໃນເມື່ອກ່ອນ ນັກຮົບເກົ່າໃນປັດຈຸບັນ
ຜູ້ຮັກຊາດພາຍໃຕ້ການນຳພາອັນປີຊາສາມາດຂອງພັກທີ່ຍືດເຍື້ອ ຍາວນານ, ລະອິດລະອ້ຽວເຕັມໄປດ້ວຍຄວາມເສຍສະຫຼະເລືອດເນື້ອ ແລະ ຊີວິດອັນອົງ
ອາດກ້າຫານຈົນໄດ້ຮັບໄຊຊະນະ ແລະ ເຊິ່ງໄດ້ມາຄວາມເປັນເອກະລາດແຫ່ງຊາດ, ຄວາມຢູ່ດີກິນດີຂອງພວກເຮົາໃນທຸກມື້ນີ້ມັນແມ່ນຜົນງານການປະກອບ
ສ່ວນສຳຄັນ ແລະ ໃຫຍ່ຫຼວງຂອງຖັນແຖວນັກຮົບໃນເມື່ອກ່ອນນັກຮົບເກົ່າໃນປັດຈຸບັນ, ດັ່ງຄຳເວົ້າທີ່ວ່າ (ມີພວກເພິ່ນໃນວັນນັ້ນຈິ່ງມີພວກເຮົາໃນວັນ
ນີ້) ຈາກນັ້ນຄະນະພັກ-ຄະນະບັນຊາຈາກກົມກອງຕ່າງໆ ກໍໄດ້ພ້ອມກັນຂຶ້ນຈັບມືເພື່ອຮັບເອົາເນື້ອໃນຂໍ້ແຂ່ງຂັນດັ່ງກ່າວນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກ
ອອກຜົນ.