ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປະຊາຊົນລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສໍາມະນາ
ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ(ທາງໄກ)

     ໃນລະຫວ່າງວັນທີ 12-13 ຕຸລາ 2021 ຜ່ານມານີ້, ຄະນະຜູ້ແທນຂອງກອງທັບປະຊາຊົນລາວ, ນໍາໂດຍທ່ານ ພົ.ວ ວຽງໄຊ ສົມວິຈິດ, ຫົວໜ້າ ກົມ
ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ(ທາງໄກ) ເຊິ່ງ
ໄດ້ຈັດຂຶ້ນທີ່ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ເນມ ໂສວັດ, ຮອງຜູ້ອໍານວຍການໃຫຍ່
ກົມໃຫຍ່ນະໂຍບາຍ ແລະ ການຕ່າງປະເທດ ກະຊວງປ້ອງກັນປະເທດ ຣາຊານາຈັກກໍາປູເຈຍ. ມີບັນດາຫົວໜ້າສະຖາບັນປ້ອງກັນຊາດ ແລະ ວິຊາການດ້ານ
ຄວາມໝັ້ນຄົງ 13 ສະຖາບັນ ຈາກບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

      ຈຸດປະສົງຂອງກອງປະຊຸມ ສໍາມະນາ (NADI) ຄັ້ງນີ້ ໄດ້ເນັ້ນໜັກເຖີງ ຄຸນຄ່າ ແລະ ບົດບາດ ຂອງປະຫວັດສາດ ການທະຫານໃນການເສີມສ້າງ ແລະ
ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືຢ່າງແທ້ຈິງໃນພາກພື້ນ, ບັນດາຄະນະຜູ້ແທນກອງປະຊຸມຂອງແຕ່ລະປະເທດ ໄດ້ແລກປ່ຽນ ແລະ ໄດ້
ປຶກສາຫາລືບັນຫາຕ່າງໆ ເຊັ່ນວ່າ: 1. ບົດບາດຂອງກອງທັບໃນການມີສ່ວນຮ່ວມເຂົ້າໃນການສ້າງສັນຕິພາບພາຍໃນພາກພື້ນ ແລະ ສາກົນ ແລະ ການຮັກ
ສາສະຖຽນລະພາບຜ່ານການຮ່ວມມື ດ້ານປ້ອງກັນຊາດ ແລະ ການທູດ. 2. ບົດບາດຂອງກອງກຳລັງປະກອບອາວຸດໃນການສ້າງສັນຕິພາບ ແລະ ການສ້າງ
ສາພັດທະນາປະເທດຊາດ. 3. ແນວທາງໄໝ່ໆ ແລະ ວິທີການໃນການເສີມສ້າງການຮ່ວມມືຜ່ານການຮຽນຮູ້ຈາກປະຫວັດສາດການທະຫານ 4. ການສ້າງ
ປະຫວັດສາດການທະຫານເພື່ອເສີມສ້າງການຮ່ວມມື ແລະ ຄວາມເຊື່ອໝັ້ນລະຫວ່າງສະຖາບັນປ້ອງກັນຊາດອາຊຽນ.

     ໃນທີ່ປະຊຸມຕາງໜ້າຄະນະຜູ້ແທນແຕ່ລະປະເທດໄດ້ມີການແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຈາກປະຫວັດສາດ ຂອງກອງກຳລັງປະກອບ
ອາວຸດທີ່ມີບົດບາດສໍາຄັນຫຼາຍ ໃນການມີສ່ວນຮ່ວມໃນການປົດປອ່ຍ ແລະ ການສ້າງສາພັດທະນາປະເທດຊາດຂອງຕົນ. ພ້ອມດຽວກັນນັ້ນກໍ່ໄດ້ມີການ
ເນັ້ນໜັກກ່ຽວກັບຄວາມສໍາຄັນໃນການສຶກສາປະຫວັດສາດການທະຫານລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອສະເໜີໄປຍັງກອງປະຊຸມລັດຖະມົນ
ຕີປ້ອງກັນປະເທດອາຊຽນ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ຮ່ວມມືກັນໃນອານາຄົດ. ນອກຈາກນີ້, ກອງປະຊຸມຍັງໄດ້ເນັ້ນໜັກເຖິງເຫດການຄວາມໝັ້ນຄົງ
ແລະ ສິ່ງທ້າທາຍໃນອາດີດ ທີ່ກ່ຽວຂ້ອງກັບການພັດທະນາການຮ່ວມມືຂອງກອງທັບໃນພາກພື້ນ ທີ່ໄດ້ມີສ່ວນຮ່ວມໃນການເສີມສ້າງການຮ່ວມມື ແລະ
ຄວາມເຊື່ອໝັ້ນລະຫວ່າງກອງທັບອາຊຽນ. ກອງປະຊຸມຍັງໄດ້ກໍານົດທິດທາງແຜນການ ແລະ ກິດຈະກຳ ຂອງເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມ
ໝັ້ນຄົງອາຊຽນ (NADI) ປີ 2021-2022. ສະເພາະໃນທ້າຍ ປີ 2021 ສາທາລະນະລັດ ອິນໂດເນເຊຍ ຈະເປັນເຈົ້າພາບຈັດກອງປະຊຸມສໍາມະນາທາງໄກ
(NADI) ໃນລະຫວ່າງວັນທີ 15-17 ພະຈິກ 2021 ໃນຫົວຂໍ້: ການຄົ້ນຄວ້າ ແລະ ການພັດທະນາພາຍໃນພາກພື້ນທີ່ເປັນແຮງຊຸກຍູ້ໃນການເສີມສ້າງການ
ຮ່ວມມືດ້ານການປ້ອງກັນຊາດ ແລະ ສາທະລະນະລັດ ຟິລິບປິນ ຈະເປັນເຈົ້າພາບຈັດກອງປະຊຸມສໍາມະນາທາງໄກ (NADI) ໃນຫົວຂໍ້: ຄວາມເປັນແກນ
ກາງຂອງອາຊຽນໃນຍຸກຂອງການແຂ່ງຂັນຂອງບັນດາປະເທດມະຫາອໍານນາດ. ກອງປະຊຸມຄັ້ງນີ້ປະສົບຜົນສໍາເລັດຢ່າງສູງ, ເຊິ່ງສະແດງອອກໃນການປະກອບ
ສ່ວນຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກອາຊຽນ. ສໍາລັບຄະນະຜູ້ແທນຂອງກອງທັບປະຊາຊົນລາວ ພວກເຮົາກໍ່ໄດ້ປະກອບສ່ວນເຂົ້າໃນການປະກອບ
ຄໍາເຫັນໃນກອງປະຊຸມດ້ວຍບັນຍາກາດທີ່ສ້າງສັນ ແລະ ກົງໄປກົງມາ.

     ຜົນງານການເຄື່ອນໄຫວວຽກງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນຂອງກອງທັບປະຊາຊົນລາວ ໃນການພົວພັນຮ່ວມມືດ້ານວຽກງານປ້ອງ
ກັນຊາດ ແລະ ຄວາມໝັ້ນຄົງຂອງອາຊຽນ, ທັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນງານການຮ່ວມມືວຽກງານປ້ອງກັນຊາດຂອງ
ອາຊຽນ, ໂດຍສະເພາະແມ່ນຂອບການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/10/2021