ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ເດີນທາງໄປຢ້ຽມຢາມມິດຕະພາບ ສສ ມຽນມາ

     ຕອບສະໜອງຕາມຄຳເຊື້ອເຊີນຂອງຜູ້ບັນຊາການທະຫານສູງສຸດກອງທັບແຫ່ງ ສາທາລະນະລັດ ສະຫະ ພາບມຽນມາ ໃນລະຫວ່າງວັນ ທີ 19-23
ພະຈິກ 2107 ນີ້, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມມິດຕະພາບຢ່າງເປັນທາງການຢູ່ສາທາລະນະລັດສະ
ຫະພາບມຽນມາ ເຊິ່ງພິທີຕ້ອນຮັບທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ສູນບັນຊາການທະຫານສູງສຸດກອງທັບມຽນມາ ໃນຕອນເຊົ້າຂອງວັນທີ 20 ພະ
ຈິກ 2017 ນີ້. ໂດຍທ່ານ ພົນເອກ ອາວຸໂສ ມິນ ອ່ອງໄລ ຜູ້ບັນຊາການທະຫານສູງສຸດ ກອງທັບມຽນມາ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.


ພົນໂທ ຈັນສະໝອນ ຈັນຍາລາດ ເດີນທາງໄປຢ້ຽມຢາມມິດຕະພາບ ສສ ມຽນມາ

     ພາຍຫຼັງສໍາເລັດການບັນເລງເພງຊາດຂອງສອງປະເທດ ແລະ ເດີນກວດແຖວກອງກຽດຕິຍົດກອງທັບແຫ່ງສາທາລະນະລັດສະຫະພາບມຽນມາແລ້ວ,
ຄະນະຜູ້ແທນທັງສອງຝ່າຍກໍໄດ້ພົບປະແລກປ່ຽນ ແລະ ແຈ້ງສະພາບການກ່ຽວກັບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ
ແລະ ພ້ອມກັນທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຊຸມປີຜ່ານມາ ພ້ອມກັບ ວາງທິດທາງແຜນການ
ຮ່ວມມືກັນໃນຕໍ່ໜ້າ, ເຊິ່ງເຫັນວ່າ: ໝາກຜົນຂອງສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບລາວ-ມຽນມາໄດ້ຮັບການເສີມຂະຫຍາຍຂຶ້ນ
ຢ່າງບໍ່ຢຸດຢັ້ງ. ມີຄວາມສະຫງົບໂດຍພື້ນຖານປາດສະຈາກບັນຫາຕ່າງໆທີ່ກະທົບກະເທືອນເຖິງອະທິປະໄຕຂອງແຕ່ລະປະເທດ,ໄປມາຫາສູ່ກັນຢ່າງສະຫງົບສຸກ
ການປັກຫຼັກໝາຍຊາຍແດນຂອງສອງປະເທດແມ່ນໄດ້ຮັບຜົນສໍາເລັດຢ່າງຖາວອນດ້ວຍເວລາອັນສັ້ນ ເຊິ່ງບໍ່ເຄີຍມີມາໃນປະຫວັດສາດແຫ່ງການພົວພັນ
ຂອງສອງປະເທດ. ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ຮ່ວມມືກັນປາບປາມການຄ້າຂາຍເຖື່ອນ, ຢາເສບຕິດຢູ່ຕາມບໍລິເວນຊາຍແດນ, ການຮ່ວມມືທາງດ້ານ
ການທ່ອງທ່ຽວ, ການຄ້າ ແລະ ອື່ນໆ... ໂດຍມີຫ້ອງການທີ່ປຶກສາທູດຝ່າຍທະຫານຕັ້ງຢູ່ແຕ່ລະປະເທດ, ມີຄະນະກໍາມະການ, ອະນຸກຳມະການຊາຍແດນຂັ້ນ
ສູນກາງ ແລະ ທ້ອງຖິ່ນແຕ່ລະໆດັບເພື່ອແລກປ່ຽນຂໍ້ມູນຂ່າວສານເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະ
ພາບ ແລະ ການຮ່ວມມື. ຈາກນັ້ນກໍເຊັນບົດບັນທຶກຊ່ວຍຈຳເພື່ອເປັນບ່ອນອີງໃນການຮ່ວມມືກັນໃນຄັ້ງຕໍ່ໄປ ແລະ ໃນວັນດຽວກັນນີ້ຄະນະຜູ້ແທນການ
ທະຫານຂັ້ນສູງກອງທັບປະຊາຊົນລາວ ນໍາໂດຍ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງປະເທດ ພ້ອມຄະນະ ຍັງໄດ້ເຂົ້າວາງພວງ
ມາລາຢູ່ອະນຸສອນສະຖານຄວາມຊົງຈໍານັກຮົບເກົ່າກອງທັບມຽນມາ, ເຂົ້າຢ້ຽມຂ່ໍານັບ ທ່ານ ອູ ທິນ ຈໍ ປະທານາທິບໍດີ ແຫ່ງ ສສ ມຽນມາ, ເຊິ່ງທ່ານປະທາ
ນາທໍບໍດີ ອູ ທິນ ຈໍ ໄດ້ກ່າວສະແດງຄໍາຊົມເຊີຍຕໍ່ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ພ້ອມຄະນະທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສສ ມຽນມາຢ່າງເປັນທາງການ, ອັນເປັນການປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ແລະ ປະ
ຊາຊົນສອງຊາດ ລາວ-ມຽນມາ ແໜ້ນແຟ້ນຍິ່ງໆຂຶ້ນ, ອວຍພອນໃຫ້ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວໃນການເດີນທາງມາຢ້ຽມ
ແລະ ເຮັດວຽກຢູ່ ສສ ມຽນມາ ໃນຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.