ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ປິດຂະບວນການແຂ່ງຂັນກີລາສະໝັກຫຼິ້ນ
ຂ່ຳນັບຮັບຕ້ອນວັນປະຫວັດສາດ ປະຈຳປີ 2018

     ການແຂ່ງຂັນກີລາສະໝັກຫຼິ້ນທົ່ວກົມໃຫຍ່ການເມືອງກອງທັບ ປະຈຳປີ 2018 ໄດ້ປິດລົງໃນຕອນບ່າຍວັນທີ 20 ພະຈິກ 2018 ນີ້, ໂດຍການເປັນປະທານຂອງ
ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກົມໃຫຍ່, ກົມນ້ອຍ, ຫ້ອງການ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ
ແລະ ນັກກີລາໃນທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມຢ່າງພ້ອມພຽງ.


ພົນຈັດຕະວາ ຜາລົມ ລິນທອງ ມອບລາງວັນໃຫ້ບັນກົມກອງທີ່ໄດ້ຊະນະເລີດ

     ຂະບວນການດັ່ງກ່າວ ໄດ້ໄຂຂຶ້ນໃນວັນທີ 18 ຕຸລາ ຜ່ານມາ ແລະ ໄດ້ສໍາເລັດລົງດ້ວຍບັນຍາກາດການແຂ່ງຂັນຄຶກຄື້ນມ່ວນຊື່ນຕະຫຼອດການແຂ່ງຂັນ ເພື່ອເປັນ
ການສ້າງບັນຍາກາດຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນວັນປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງກອງ ທັບປະຈຳປີ 2018 ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ; ການແຂ່ງຄັ້ງນີ້ມີປະເພດກີລາເຂົ້າຮ່ວມທັງ
ໝົດ 29 ຄະນະ, ຊິງຂັນ 8 ລາຍການ ຄື: ເຕະບານ, ບານສົ່ງຊາຍ-ຍິງ, ກະຕໍ້, ເປຕັງຊາວໜຸ່ມ, ເປຕັງຍິງ, ເປຕັງການນຳ ແລະ ກີລາດອກປີກໄກ່ຜ່ານການດຳ ເນີນການແຂ່ງ
ຂັນມາເປັນເວລາ 21 ວັນສາມາດສະຫຼຸບໄດ້ດັ່ງນີ້: ປະເພດກີລາດອກປີກໄກ່ດ່ຽວຊາຍໄດ້ລາງວັນທີ 1 ກອງສິລະປະກອນກອງທັບ, ທີ 2 ກົມກວດກາ, ທີ 3 ຫ້ອງການ
ເມືອງ ແລະ ທີ 4 ອົງການໄອຍະການທະຫານຂັ້ນສູງ; ປະເພດກີລາກະຕໍ້ໄດ້ລາງວັນທີ 1 ອົງການໄອຍະການທະຫານຂັ້ນສູງ, ທີ 2 ກອງພັນ160, ທີ 3 ກອງວິທະຍຸ-ໂທລະ
ພາບ, ທີ 4 ກົມກໍ່ສ້າງຮາກຖານ; ປະເພດກີລາເປຕັງການນຳໄດ້ລາງວັນທີ 1 ກົມກວດກາ, ທີ 2 ກົມກໍ່ສ້າງຮາກຖານ, ທີ 3 ກົມພະນັກງານ ແລະ ທີ 4 ກົມສານ; ປະເພດ
ກີລາເປຕັງເພດຍິງໄດ້ລາງ ວັນທີ 1 ກົມປະກັນສັງຄົມ, ທີ 2 ກອງພັນ 987, ທີ 3 ຫ້ອງການກົມໃຫຍ່ ແລະ ທີ 4 ຫ້ອງການເມືອງ; ປະເພດກີລາເປຕັງຊາວໜຸ່ມໄດ້ລາງວັນ
ທີ 1 ກອງວິທະຍຸ-ໂທລະພາບ, ທີ 2 ຫ້ອງການຊາວໜຸ່ມ, ທີ 3 ກອງພັນ 987 ແລະ ທີ 4 ຫ້ອງການກົມໃຫຍ່; ປະເພດກີລາບານສົ່ງຊາຍໄດ້ລາງວັນທີ 1 ຫ້ອງການເມືອງ,
ທີ 2 ກອງວິ ທະຍຸ-ໂທລະພາບ, ທີ 3 ຫ້ອງການບໍລິຫານ ແລະ ທີ 4 ກອງພັນ 988; ບານສົ່ງຍິງໄດ້ລາງວັນທີ 1 ຫ້ອງການເມືອງກົມປະກັນສັງຄົມ, ທີ 2 ກອງພັນ 160,
ທີ 3 ກອງຫໍສະໝຸດກອງທັບ ແລະ ທີ 4 ກອງວິທະຍຸ-ໂທລະພາບ; ປະເພດກີລາບານເຕະໄດ້ລາງລາງວັນທີ 1 ກອງພັນ 160, ທີ 2 ຫ້ອງການບໍລິຫານ, ທີ 3 ກົມປ້ອງກັນ
ແລະ ທີ 4 ຫ້ອງການກົມໃຫຍ່.

     ໂອກາດປິດຂະບວນການແຂ່ງຂັນກີລາໃນຄັ້ງນີ້, ທ່ານ ພົນຈັດຕະວາ ຜາລົມ ລິນທອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ກໍຄືຄະນະຄູ
ເຝິກ ແລະ ນັກກີລາແຕ່ລະກົມກອງທີ່ໄດ້ເອົາໃຈໃສ່ສຸມຈິດສຸມໃຈສົ່ງທີມນັກກີລາຂອງຕົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ແລະ ຮັບປະກັນໄດ້ຄວາມປອດໄພ ເຮັດໃຫ້
ຂະບວນດັ່ງກ່າວໄດ້ຮັບຜົນສຳເລັດຢ່າງຈົບງາມ. ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກກີລາທຸກພາກສ່ວນຈົ່ງສືບຕໍ່ນຳເອົາຜົນສຳ
ເລັດໃນຂະບວນການດັ່ງກ່າວນີ້, ເພື່ອສ້າງແຜນການສືບຕ່ໍເຝິກຝົນກຳລັງກາຍໃຫ້ມີສຸຂະພາບແຂງແຮງປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ກໍ່ສ້າງກອງທັບໃຫ້
ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ເຄື່ອນໄຫວ ແລະ ຈັດຕັ້ງການແຂ່ງຂັນຢູ່ພາຍໃນກົມກອງ ຫຼື ຈັດຕັ້ງແຂ່ງຂັນກັບກົມກອງອ້ອມຂ້າງໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ.