ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ອິນໂດເນເຊຍ ຄົບຮອບ 74 ປີ


     ສະຖານທູດ ອິນໂດເນເຊຍ ປະຈຳ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ອິນໂດເນເຊຍ ຄົບຮອບ 74 ປີ ( 5 ຕຸລາ 1946-5 ຕຸລາ 2019) ຂຶ້ນ
ໃນວັນທີ 15 ພະຈິກ 2019 ນີ້ ຢູ່ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການ ເຂົ້າຮ່ວມຂອງ ທ່ານ ປຣາຕິໂຕ ຊູຮາຣິໂຢ ເອກອັກຄະລັດຖະທູດແຫ່ງ ສາທາ
ລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ, ເປັນກຽດເຂົ້າຮ່ວມມີ ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ອຳນວຍການ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ທ່ານ
ພັນເອກ ໂຣຣິ ຊີໂຕຣູດ ທີ່ປຶກສາທູດ ຝ່າຍທະຫານ ອິນໂດເນເຊຍ ປະຈຳລາວ ບັນດາ ຕ່າງໜ້າທູດຕ່າງປະເທດ ປະຈຳ ສປປ ລາວ, ນາຍທະຫານຂັ້ນສູງ, ແຂກຖືກເຊີນ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ທີ່ປືກສາທູດຝ່າຍທະຫານ ອິນໂດເນເຊຍ ປະຈຳ ສປປ ລາວ ໄດ້ມີຄຳເຫັນຕໍ່ພິທີວ່າ: ກ່ອນໜ້ານີ້ 74 ປີ ກອງທັບ ອິນໂດເນເຊຍ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອເຮັດ
ໜ້າທີ່ ໃນການປົກປັກຮັກສາປະເທດ ແລະ ເຂດນໍ້າແດນດິນຂອງຕົນ, ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນກອງທັບ ອິນໂດເນເຊຍ ໄດ້ກາຍເປັນກຳລັງສຳຄັນ ແລະ ເປັນກຳ
ແພງອັນແຂງແກ່ນໃນການເຮັດໜ້າທີ່ປົກປັກຮັກສາປະເທດຊາດ ອັນແສນຮັກຂອງຕົນ ໂດຍໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ໃນພາກພື້ນ ແລະ ໃນໂລກນັບ
ທັງ ສປປ ລາວ ຂອງພວກເຮົາຕະຫຼອດໄລຍະທີ່ຜ່ານມາກໍມີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນແນໃສ່ເພື່ອເຮັດໃຫ້ພາກພື້ນ ໂດຍສະເພາະແມ່ນປະເທດ
ອາຊຽນ ກາຍເປັນພາກພື້ນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມເພື່ອ ການພັດທະນາ.