ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ໃນວັນທີ 20 ທັນວາ 2017 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ ໂດຍການເຂົ້າຮ່ວມເປັນ
ປະທານ ແລະ ເຜີຍແຜ່ຂອງ ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ເປັນປະທານຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງສູນກາງພັກ

     ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານເຊັ່ນ: ມະຕິ 5 ສະໄໝທີ X ຂອງສູນກາງພັກ, ມະຕິເລກທີ 26/ຄບສພ ວ່າດ້ວຍການເພີ່ມທະວີວຽກ
ງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່, ເອກະສານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ສະ
ມາຊິກພັກໄດ້ເຊື່ອມຊຶມກຳແໜ້ນ ແລະ ເອກະພາບບັນດາເນື້ອໃນເອກະສານ ທັງເປັນພື້ນຖານໃຫ້ແກ່ການຫັນປ່ຽນໄປສູ່ອັນໃໝ່ທີ່ເລິກເຊິ່ງກວ່າເກົ່າ ເຊິ່ງ
ມະຕິດັ່ງກ່າວແມ່ນເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຫັນເຂົ້າສູ່ຊີວິດຕົວຈິງຂອງສັງຄົມ ກໍຄືທົ່ວກອງທັບເຮົາ
ທັງເປັນການສືບຕໍ່ແນວທາງປ່ຽນແປງໃໝ່ຂອງພັກໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຫັນລົງກໍ່ສ້າງຮາກຖານການເມືອງຕິດ
ພັນກັບວຽກງານ 3 ສ້າງ ຄຽງຄູ່ກັນນັ້ນກໍເປັນການເພີ່ມທະວີເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງເຂັ້ມແຂງທາງ
ດ້ານການຈັດຕັ້ງ ແລະ ແບບແຜນນຳພາເຂົ້າສູ່ວຽກງານຕົວຈິງ ພ້ອມກັນຍົກສູງຄວາມເປັນເຈົ້າການໃນການນຳພາຂອງພັກຕໍ່ອົງການ, ກົມກອງ ເພື່ອນຳ
ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ມີປະສິດທິຜົນສູງໃນການປັບປຸງລະບົບການຈັດຕັ້ງ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ
ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານ-ນັກຮົບໃຫ້ດີຂຶ້ນ.