ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 703 ເປີດບັ້ນເຝິກອົບຮົມ-ຫັດແອບ ປະຈຳປີ 2018

     ໃນວັນທີ 20 ກຸມພາ 2018 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງເປີດເຝິກອົບຮົມ-ຫັດແອບ ປະຈຳປີ 2018 ຂຶ້ນຢ່າງເປັນທາງການ ໂດຍເປັນກຽດ
ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີແຂກທີ່ຖືກ
ເຊີນ, ມີຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 703 ເຂົ້າຮ່ວມຢ່າງພ້ອມພຽງ.


ພົນຕີ ຈັນທອງ ສອນຕະອາດ ເຂົ້າຮ່ວມເປັນປະທານເປີດເຝິກອົບຮົມ-ຫັດແອບປະຈຳປີ 2018 ຢູ່ກອງພັນໃຫຍ່ 703

     ໃນໂອກາດນີ້, ພັນໂທ ຄຳສຸກ ຄຳເຮືອງເທບ ຄະນະພັກ, ຫົວໜ້າພະແນກອົບຮົມການບິນ ໄດ້ຜ່ານບົດສະຫຼຸບຕີລາຄາຄືນໃນການເຝິກອົບຮົມ-ຫັດ
ແອບໃນປີ 2017 ຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ມີຄວາມພະຍາຍາມເອົາໃສ່ໃຈຢ່າງຕັ້ງໜ້າເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານອົບຮົມ-ຫັດ
ແອບປັບປຸງແບບແຜນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ, ວິຊາສະເພາະເຕັກນິກ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກນາໆປະການກໍຕາມແຕ່ກົມກອງກໍ
ສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສາມາດຮັບປະກັນໃຫ້ແກ່ການບິນຮັບໃຊ້ກົມກອງມີຄວາມສະຫງົບປອດໄພ ໄລຍະຜ່ານມາວຽກງານເຝິກອົບຮົມ-ຫັດ
ແອບປະຕິບັດໄດ້ 80-90% ຂອງແຜນການເຝິກອົບຮົມ-ຫັດແອບປະຈຳປີ 2017 ແລະ ໄດ້ຜ່ານທິດທາງແຜນການເຝິກອົບຮົມ-ຫັດແອບປະຈຳປີ 2018
ຄື: ອົບຮົມການເມືອງ, ອົບຮົມການທະຫານ, ອົບຮົມວຽກງານພະລາທິການ ແລະ ອົບຮົມວຽກງານວິຊາສະເພາະເຕັກນິກອື່ນໆອີກ.

     ໃນຕອນທ້າຍ ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ການໂອ້ລົມ ແລະ ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ເຮັດສຳເລັດທຸກໜ້າທີ່
ວຽກງານຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເປັນເຈົ້າການຕິດຕາມຢ່າງໃກ້ຊິດເພື່ອເຮັດໃຫ້ການຈັດ
ຕັ້ງປະຕິບັດທິດທາງແຜນການເຝິກອົບຮົມ-ຫັດແອບປະຈຳປີ 2018 ໃຫ້ມີຜົນສຳເລັດສູງກວ່າເກົ່າ.