ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສື່​ມວນ​ຊົນ​ລາວ​ສຳ​ມະ​ນາ​ແລກປ່ຽນການ​ນຳ​ໃຊ້​ພາສາ​ລາວ​ໃນ​ສື່​ສິ່ງ​ພິມ

     ກອງປະຊຸມສໍາມະນາການນໍາໃຊ້ພາສາລາວລະຫວ່າງໂຄສົກລັດຖະບານກັບບັນດາສື່ມວນຊົນໄດ້ຈັດຂຶ້ນໃນວັນທີ 17 ມີນາ 2017 ນີ້, ທີ່ຫໍປະຊຸມ
ແຫ່ງຊາດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ.ດຣ ຈະເລີນ ເຢຍປາວເຮີ, ກຳມະການສູນກາງພັກ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດ
ຖະມົນຕີ, ໂຄສົກລັດຖະບານ, ມີຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ, ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ບັນດາຫົວໜ້າກົມ, ພະແນກການ
ອ້ອມຂ້າງສູນກາງ, ຫົວໜ້າບັນນາທິການສໍານັກຂ່າວຂອງລັດ-ເອກະຊົນ ແລະວິຊາການ ສື່ມວນຊົນເຂົ້າຮ່ວມປະມານ 200 ກວ່າທ່ານ.

              
                                                           ທ່ານ ຈະເລີນ ເຢຍປາວເຮີ ເປັນປະທານກອງ​ປະຊຸມ​ສຳ​ມະ​ນາ​ການ​ນຳໃຊ້ພາ​ສາລາ​ວ

     ຍ້ອນເຫັນໄດ້ຄວາມສໍາຄັນຂອງພາສາລາວ, ການນໍາໃຊ້ພາສາລາວ ແລະໄດ້ຮັບຄໍາເຫັນດີຈາກທ່ານນາຍົກລັດຖະມົນຕີຈິ່ງໄດ້ຈັດກອງປະຊຸມສໍາມະນາ
ຄັ້ງນີ້ຂຶ້ນ ໂດຍເຕົ້າໂຮມເອົາບັນດາທ່ານທີ່ມີໜ້າທີ່ກ່ຽວກັບການນໍາໃຊ້ພາສາລາວໃນສື່ສິ່ງພິມຊະນິດຕ່າງໆ, ຜູ້ທີ່ເຮັດວຽກດ້ານການຂ່າວ, ເລຂາການນໍາ,
ໂຄສົກ, ບັນນາທິການໜັງສືພິມ, ປຶ້ມ, ວາລະສານເກືອບທຸກພາກສ່ວນ ເຊິ່ງເປັນກອງປະຊຸມທີ່ສໍາຄັນຄັ້ງທໍາອິດກ່ຽວກັບການນໍາໃຊ້ພາສາລາວໃນສື່ສິ່ງພິມ
ແນໃສ່ເຮັດໃຫ້ການນໍາໃຊ້ພາສາລາວ. ເປັນຕົ້ນແມ່ນພາສາຂຽນໃຫ້ຖືກໄວຍະກອນ, ມີການຮຽບຮຽງຖ້ອຍຄໍາ, ວະລີ, ສໍານວນ ແລະປະໂຍກເປັນຢ່າງດີ.
ເນື່ອງຈາກສະພາບການໃຊ້ພາສາລາວໃນປັດຈຸບັນຍັງມີຫລາຍສິ່ງທີ່ຍັງເຮັດບໍ່ໄດ້ດີ, ມີສິ່ງບໍ່ເອກະພາບ, ມີການໃຊ້ຜິດ, ຂຽນຜິດ ແລະການນໍາເອົາພາສາ
ອື່ນທີ່ໃກ້ຄຽງມາໃຊ້ປົນເປກັບຄໍາຂອງພາສາລາວຢ່າງບໍ່ເໝາະສົມ ຫລື ບໍ່ຖືກຕ້ອງ. ສິ່ງທັງມວນນີ້ຖືວ່າເປັນບັນຫາໃນການໃຊ້ພາສາລາວ ເຊິ່ງປາກົດເຫັນ
ຕາມປ້າຍ, ຕາມສິ່ງພິມ ແລະໃນຖ້ອຍຄໍາຂອງພິທີກອນ, ຜູ້ດໍາເນີນລາຍການໃນວຽກງານທາງສັງຄົມຜ່ານສື່ຕ່າງໆ.

     ທ່ານ ສົມແສງ ໄຊຍະວົງ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ ແລະທ່ານ ອຸບົນ ມະຫາໄຊ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງ
ຊາດໃນນາມວິທະຍາກອນໄດ້ຜັດປ່ຽນກັນຂຶ້ນສະເໜີໃນຫົວຂໍ້: “ຄວາມຮູ້ບາງປະການ ແລະຂໍ້ຄວນເອົາໃຈໃສ່ ເພື່ອການນໍາໃຊ້ພາສາລາວໃຫ້ຖຶກຕ້ອງໃນ
ສື່ສິ່ງພິມ,  ກໍາແໜ້ນໂຄງປະກອບລະບົບການເມືອງປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ, ໂຄສະນາອອກຂ່າວໃຫ້ຖຶກຕ້ອງມີວິທະຍາສາດ” ເຊິ່ງແຕ່ລະຫົວ
ຂໍ້ນັກສໍາມະນາກອນໄດ້ສະເໜີຖາມເຈາະຈິ້ມແລກປ່ຽນບາງຄໍາສັບ ແລະບາງບັນຫາທີ່ຍັງບໍ່ເອກະພາບກັນໃຫ້ວິທະຍາກອນໄດ້ອະທິບາຍ-ຊີ້ແຈງ, ເຮັດໃຫ້
ບັນຍາກາດດໍາເນີນໄປດ້ວຍດີ, ໃນຕອນທ້າຍທີ່ປະຊຸມຍັງໄດ້ເຫັນດີເປັນເອກະພາບສະເໜີໃຫ້ພາກລັດກໍຄືພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງໜ່ວຍ
ງານມາເຮັດໜ້າທີ່ຄົ້ນຄວ້າ, ເອກະພາບພາສາລາວ ແລະພາສາວິທະຍາສາດເກີດໃໝ່ ພ້ອມທັງປະກາດໃຊ້ໃຫ້ທັນສະພາບການໂດຍໄວ, ທັງນີ້ ເພື່ອເປັນ
ບ່ອນອີງຢ່າງເປັນເອກະ ພາບ ແລະຕີຖອຍປາກົດການຫຍໍ້ ທໍ້ດ້ານພາສາໃນທົ່ວປະເທດ.