ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ-ຫວຽດນາມ
ຮ່ວມມືກັນພັດທະນາກຸ່ມບ້ານບໍລິເວນຊາຍແດນ


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມກອງປະຊຸມການຮ່ວມມືສອງຝ່າຍ
ລະຫວ່າງຄະນະຊີ້ນໍາພັດທະນາບໍລິເວນຊາຍແດນກະຊວງປ້ອງກັນປະເທດ ແຫ່ງສປປລາວ

     ໃນວັນທີ 21 ມີນາ 2019 ນີ້, ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມການຮ່ວມມືສອງຝ່າຍລະ ຫວ່າງຄະນະຊີ້ນໍາພັດທະນາບໍລິເວນຊາຍແດນ ກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ກັບຄະນະຊີ້ນໍາຝ່າຍກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ກ່ຽວກັບການປະຕິບັດການຮ່ວມມືກໍ່ສ້າງກຸ່ມບ້ານພັດທະນາຕາມບໍລິເວນ
ຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2019. ຝ່າຍກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ຝ່າຍກອງທັບປະຊາຊົນຫວຽດນາມນຳໂດຍ ສະຫາຍ ພົນໂທ
ຟາມ ວັນ ຢາງ ກໍາມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

     ການຈັດກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນໍາຂອງສອງພັກ-ລັດຖະບານ ກໍຄືສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ວ່າດ້ວຍ
ການພັດທະນາກຸ່ມບ້ານບໍລິເວນຊາຍແດນໃຫ້ມີຄວາມສະຫງົບ ແລະ ພັດທະນາຮອບດ້ານ ເຖິງແມ່ນວ່າມີຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ຍ້ອນມີຄວາມຕັດສິນໃຈສູງ
ແລະ ໃຕ້ການຊີ້ນໍາຂອງສອງລັດຖະບານ, ການສົມທົບກັນຢ່າງແໜ້ນແຟ້ນຂອງສອງຝ່າຍໂຄງການຮ່ວມມືກໍ່ສ້າງກຸ່ມບ້ານພັດທະນາຈຶ່ງໄດ້ຜັນຂະຫຍາຍເປັນຢ່າງດີ ພ້ອມ
ກັນນັ້ນກໍສາມາດສ້າງໄດ້ປັດໄຈຫັນປ່ຽນພື້ນ ຖານກ່ຽວກັບຄວາມມີສະຖຽນລະພາບທາງດ້ານການເມືອງທົ່ວບໍລິເວນຊາຍແດນ, ເຮັດໃຫ້ເສດຖະກິດ-ສັງຄົມຢູ່ບັນດາ
ກຸ່ມບ້ານໄດ້ມີການປ່ຽນແປງຢ່າງໄວວາ ສ້າງເງື່ອນໄຂໃຫ້ການພັດທະນາບໍລິເວນຊາຍແດນຂອງສອງປະເທດໃຫ້ນັບມື້ມີການພັດທະນາຂຶ້ນເຮັດໃຫ້ການພົວພັນຮ່ວມມື
ພິເສດ ລາວ-ຫວຽດນາມ ໄດ້ຮັບການປັບປຸງ, ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພ້ອມກັນສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້, ບັນຫາຄວາມບໍ່ສະຫງົບ, ການຍົກ
ຍ້າຍພູມລໍາເນົາແບບເສລີ ແລະ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢູ່ຕາມບໍລິເວນຊາຍແດນໃຫ້ໄດ້ໂດຍພື້ນຖານ, ສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ແລະ
ການພົວພັນແບບຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າສະເພາະແມ່ນສອງກອງທັບປະຊາຊົນ
ລາວ-ຫວຽດນາມ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງສູ່ຄຸນນະພາບອັນໃໝ່ໃຫຍ່ຫຼວງກວ່າເກົ່າ.

     ພ້ອມນີ້ ກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສໃນຮ່າງບົດບັນທຶກຊ່ວຍຈຳໃນການຮ່ວມມືສອງຝ່າຍລະຫວ່າງຄະນະຊີ້ນໍາພັດທະນາບໍລິເວນຊາຍແດນ ກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ກັບຄະນະຊີ້ນໍາໜ້າທີ່ກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການປະຕິບັດການຮ່ວມມືກໍ່ສ້າງກຸ່ມບ້ານພັດທະນາຕາມບໍລິເວນ
ຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2019 ແລະ ໂອກາດນີ້ກໍຍັງໄດ້ລົງນາມການຮ່ວມມືທັງສອງຝ່າຍອີກດ້ວຍ.