ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ
ລາວ-ຈີນ ປີ 2018 ແລະ ວາງທິດທາງແຜນການປີ 2019


ພົນໂທ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ
ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນປະຈໍາປີ 2018 ແລະວາງທິດທາງແຜນການປີ 2019

     ໃນວັນທີ 19 ເມສາ 2019 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ
ຈີນ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂຶ້ນ, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີອານຸກຳມະການປ້ອງກັນທີ່ມາຈາກກອງບັນ
ຊາການທະຫານນະຄອນຫຼວງ, ແຂວງວຽງຈັນ, ກອງພົນທີ 1, ກອງພົນທີ 3, ກອງບັນຊາການທະຫານແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ຄະນະຄຸ້ມຄອງໂຄງ
ການເສັ້ນທາງລົດໄຟ ລາວ-ຈີນ, ກຳລັງ ປກສ ແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ວົງມະນີຈັນ ສາມາວົງ ຮອງຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານດັ່ງກ່າວໃນປີ 2018
ແລະ ທິດທາງແຜນການປີ 2019 ໃຫ້ຮູ້ວ່າ: ອີງຕາມແຜນການປ້ອງກັນຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1341/ກສນ, ລົງວັນທີ 10 ກໍລະ ກົດ 2016
ທີ່ໄດ້ຜ່ານການອານຸມັດຈາກກະຊວງປ້ອງກັນປະເທດ ສະບັບເລກທີ 2607/ກປທ, ລົງວັນທີ 12 ກໍລະກົດ 2016, ອີງຕາມການເຄື່ອນໄຫວປະຕິບັດໜ້າທີ່ຂອງບັນດາກົມ
ກອງກຳລັງຫຼວງ-ກຳລັງທ້ອງຖິ່ນທີ່ເຄື່ອນໄຫວເຮັດໜ້າທີ່ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ທີ່ມີຜົນສຳເລັດໃນໄລຍະໜຶ່ງປີຜ່ານມາ, ໂຄງການກໍ່ສ້າງເສັ້ນ
ທາງໄຟລົດ ລາວ-ຈີນ ເປັນເສັ້ນທາງແຫ່ງມິດຕະພາບ, ເປັນເສັ້ນທາງຕົວແບບແຫ່ງຄວາມປອດໃສຂາວສະອາດ ແລະ ເປັນບູລິມະສິດຂອງລັດຖະບານ ລາວ-ຈີນ, ໃຫ້
ຄວາມສຳຄັນນອນໃນຍຸດທະສາດ, ໜຶ່ງແລວທາງໜຶ່ງເສັ້ນທາງໃນອາຊີຕາເວັນອອກ, ເປັນໂຄງການລົງທຶນຂະໜາດໃຫຍ່ມີຫຼາຍປະເທດໃຫ້ຄວາມສົນໃຈ, ການຈັດຕັ້ງ
ເຄື່ອນໄຫວປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍແມ່ນເປົ້າໝາຍໜຶ່ງທີ່ສຳຄັນເພື່ອສ້າງໄດ້ຄວາມເຊື່ອໝັ້ນໄວ້ວາງໃຈຈາກພາກພື້ນ ແລະ ສາກົນ, ເຮັດໃຫ້
ນັກລົງທຶນຕ່າງປະເທດໄດ້ເຂົ້າມາລົງທຶນພາຍໃນປະເທດນັບມື້ນັບເພີ່ມຂຶ້ນ, ປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟມີຄວາມສະຫງົບ, ປະຊາຊົນຈຳນວນຫຼາຍບ້ານໄດ້ປະ
ກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ແລະ ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ປະຊາຊົນສ່ວນຫຼາຍໄດ້ເຊື່ອມຊຶມເຂົ້າ
ໃຈຢ່າງເລິກເຊິ່ງຕໍ່ ແນວທາງນະໂຍບາຍຂອງພັກ-ລັດຖະບານໃນການສ້າງສາພັດທະນາປະເທດຊາດ ແລະ ອຳນວຍຄວາມສະດວກໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງລົດໄຟ
ລາວ-ຈີນ ໄດ້ດໍາເນີນການກໍ່ສ້າງຕາມແຜນການຂອງໂຄງການ, ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄະນະນໍາ
ກະຊວງປ້ອງ ກັນປະເທດກ່ຽວກັບວຽກງານປ້ອງກັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເປັນ
ໂຄງການປອດໃສຂາວສະອາດ ແລະ ບັນລຸໄດ້ຕາມຄາດໝາຍທີ່ໄດ້ກຳນົດໄວ້, ໃນນັ້ນໄດ້ນຳໃຊ້ກຳລັງ ແລະ ພາຫະນະເຂົ້າເຮັດໜ້າທີ່ປ້ອງກັນໃນປີ 2018 ຈຳນວນໜຶ່ງ
ແລະ ພາຫະນະຮັບໃຊ້ 22 ຄັນ, ຄະນະຊີ້ນຳກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບ ແລະ ອານຸກຳມະການປ້ອງກັນບັນດາກົມກອງ-ກຳລັງທ້ອງຖິ່ນ ລວມ
26 ສະຫາຍ, ກຳລັງປ້ອງກັນເສັ້ນທາງບັນດາກອງພົນ ແລະ ຈຳນວນໜຶ່ງກົມກອງເຂົ້າຮ່ວມການປ້ອງກັນ ມີຄື: ກອງພົນທີ 1, ກອງພົນທີ 3, ກອງບັນຊາການທະຫານນະ
ຄອນຫຼວງ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ ລວມມີ 7 ພາກສ່ວນ, ໃນປີ 2018 ມີຈຸດປ້ອງກັນທັງໝົດ 63 ຈຸດ, ມີສາງລະເບີດ 23 ຈຸດ, ໃນ
ກອງປະຊຸມບັນດາຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການໃນປີ 2019 ໃຫ້ມີເນື້ອໃນສົມບູນຄົບ ຖ້ວນເພື່ອເປັນບ່ອນ
ອິງໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມສະຫງົບປອດໄພ 100%.

     ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາອານຸກໍາມະການໄດ້ພ້ອມກັນຍາດມາໄດ້, ພ້ອມທັງຮຽກຮ້ອງ
ໃຫ້ເອົາໃຈໃສ່ກຳແໜ້ນສະພາບການຂອງກຸ່ມຄົນທີ່ບໍ່ຫວັງດີ ໂດຍປະສານສົມທົບແໜ້ນກັບອໍານາດການປົກຄອງທ້ອງຖິ່ນ, ເຊິ່ງໃນນັ້ນແມ່ນຕ້ອງຫັນລົງກໍ່ສ້າງຮາກຖານ
ການເມືອງ, ສຶກສາອົບຮົມການເມືອງ, ນໍາພາແນວຄິດຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທ້ອງຖິ່ນໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງການປ່ຽນ
ແປງໃໝ່ຂອງພັກ, ໂດຍສະເພາະແມ່ນຕ້ອງຮັກສາຄວາມສະຫງົບປອດໄພຕໍ່ໂຄງການ ກໍຄືຍຸດທະສາດການຮ່ວມມື ລາວ-ຈີນ ໃຫ້ມີຄວາມເຊື່ອໝັ້ນແລະ ໄວ້ວາງໃຈ.