ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມ-ແມ່ຍິງກົມໃຫຍ່ພະລາທິການກອງທັບ ແລະ ກົມໃຫຍ່ເຕັກນິກກອງທັບແຮກສ່ຽວກັນ

     ໃນວັນທີ 19 ພຶດສະພາ 2017, ພະແນກສະຫະພັນຍິງ ແລະ ພະແນກຊາວໜຸ່ມກົມໃຫຍ່ເຕັກນິກກອງທັບ ກັບພະແນກສະຫະພັນແມ່ຍິງ-ຊາວໜຸ່ມ
ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີແຮກສ່ຽວ ແລະ ແລກປ່ຽນບົດຮຽນນຳກັນຢູ່ສະໂມສອນກົມໃຫຍ່ພະລາທິການກອງທັບ ໂດຍການເຂົ້າຮ່ວມ
ເປັນປະທານຂອງທ່ານ ພົນຈັດຕະວາ ດຣ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ
ແລະ ທ່ານ ພົນຈັດຕະວາ ຄຳພາ ສີພອນໄຊ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະຫ້ອງການ
ຊາວໜຸ່ມ, ຄະນະຫ້ອງການສະຫະພັນແມ່ ຍິງກະຊວງປ້ອງກັນປະເທດ, ຄະນະກົມ, ຄະນະຫ້ອງທັງສອງກົມໃຫຍ່, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍ
ຊາວໜຸ່ມ-ແມ່ຍິງກົມກອງຮາກຖານຂຶ້ນກັບເຂົ້າຮ່ວມ.


ພົນຈັດຕະວາ ດຣ ວົງສັກ ພັນທະວົງ ເປັນປະທານພິທີແຮກສ່ຽວຂອງຊາວໜຸ່ມ-ແມ່ຍິງ
ກົມໃຫຍ່ພະລາທິການກອງທັບ ແລະ ກົມໃຫຍ່ເຕັກນິກກອງທັບ

     ການແຮກສຽ່ວຄັ້ງນີ້ ກໍເພື່ອຮັດແໜ້ນຄວາມສາມັກຄີພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວກິດຈະກຳດ້ານຕ່າງໆ ເຮັດໃຫ້
ຂະບວນການຊາວໜຸ່ມ-ແມ່ຍິງລະຫວ່າງສອງກົມໃຫຍ່ດັ່ງກ່າວມີ ບັນຍາກາດຟົດຟື້ນຢ່າງແຂງແຮງ ແລະ ຕໍ່ເນື່ອງ, ເປັນການເຄື່ອນໄຫວກະຕຸກຊຸກຍູ້ ແລະ
ປັບປຸງລະບົບການຈັດ ຕັ້ງຊາວໜຸ່ມແມ່ຍິງໃຫ້ມີຄວາມເຂັ້ມແຂງຮອບດ້ານຍູ້ແຮງດ້ານຂະບວນການຕ່າງໆ ໃຫ້ບັນລຸຄາດໝາຍຕາມແຜນການທີ່ວາງໄວ້.
ພ້ອມກັນນີ້ຍັງໄດ້ສ້າງແຜນການເຄື່ອນໄຫວຮ່ວມກັນໃນແຕ່ລະໄລຍະ (1ປີ, 2ປີ, 5ປີ) ພາຍໃຕ້ການຊີ້ນໍາຂອງຄະນະພັກຂັ້ນຕົນ ແລະ ຫ້ອງການຊາວໜຸ່ມ
ແມ່ຍິງກອງທັບ, ໂດຍປິ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ.