ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ 307 ເຜີຍແຜ່ການສອບເສັງຈົບຊັ້ນ
ນັກຮຽນເຕັກນິກລະຫັດກົດລັບ ປະຈຳປີ 2016-2017

     ໃນວັນທີ 19 ພຶດສະພາ 2017 ນີ້, ໂຮງຮຽນ 307 ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ແຜນການສອບເສັງຈົບຊັ້ນຂອງນັກຮຽນເຕັກນິກກົດລັບປະຈຳສົກ
ປີ 2016-2017 ຂຶ້ນໂດຍການເຂົ້າຮ່ວມເປັນປະທານຂອງ ພົນຈັດຕະວາ ພອນໃຈ ພັນທະວົງ ຄະນະພັກອົງການກົມໃຫຍ່ເສນາທິການກອງທັບ, ຫົວໜ້າ
ກົມກົດລັບ ມີຜູ້ຕາງໜ້າຈາກອົງການກົມທີ່ກ່ຽວຂ້ອງ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.


ພົນຈັດຕະວາ ພອນໃຈ ພັນທະວົງ ເປັນປະທານກອງປະຊຸມເຜີຍແຜ່ແຜນ
ການສອບເສັງຈົບຊັ້ນຂອງນັກຮຽນເຕັກນິກກົດລັບປະຈຳສົກປີ 2016-2017

     ໃນພິທີ ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ເລກທີ 636/ກສນ ລົງວັນທີ 28/ 03/2017 ວ່າດ້ວຍການແຕ່ງຕັ້ງຄະນະປະທານ
ສອບເສັງນັກຮຽນເຕັກນິກກົດລັບ ສົກ 2016-2017, ຂໍ້ຕົກລົງຂອງໂຮງຮຽນ 307 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບອະນຸກໍາມະການສອບເສັງ.

     ພັນໂທ ສອນໄຊ ພົມມະວົງ ຫົວໜ້າພະແນກອົບຮົມໂຮງຮຽນ 307 ໄດ້ຜ່ານແຜນການສອບເສັງຈົບຊັ້ນ ເຊິ່ງຕາມແຜນການຈະໄດ້ເລີ່ມຕົ້ນດໍາເນີນ
ການສອບເສັງນັບຕັ້ງແຕ່ວັນທີ 29/5 ເຖິງ 27/6/2017 ມີນັກສອບເສັງທັງລະບົບຊັ້ນກາງ ແລະ ຊັ້ນຕົ້ນ ຈໍານວນ 116 ຄົນ, ໄດ້ກຳນົດວິຊາສອບເສັງຄື:
ລະບົບຊັ້ນກາງ ແມ່ນຈະໄດ້ສອບເສັງ 4 ພາກວິຊາໃຫຍ່ຄື: ພາກທິດສະດີການເມືອງທົ່ວໄປ, ພາກວິຊາການທະຫານ, ພາກເຕັກ ນິກກົດລັບພື້ນຖານ ແລະ
ພາກວິຊາເຕັກນິກຈັກລະຫັດ; ສ່ວນລະບົບຊັ້ນຕົ້ນຈະໄດ້ສອບເສັງ 3 ພາກວິຊາຄື:ພາກທິດສະດີການເມືອງທົ່ວໄປ, ພາກວິຊາການທະຫານ ແລະ ພາກວິຊາ
ເຕັກນິກກົດລັບພື້ນຖານ; ພ້ອມນີ້ກໍໄດ້ມອບໝາຍໜ້າທີ່ຮັບຜິດຊອບ ໃຫ້ບັນດາພະແນກການທີ່ກ່ຽວຂ້ອງໃນການກະກຽມຄວາມພ້ອມທາງດ້ານວຽກງານ
ຕ່າງໆ ເພື່ອຮັບປະກັນການຈັດຕັ້ງສອບເສັງໄດ້ດໍາເນີນໄປດ້ວຍດີ.

     ໃນກອງປະຊຸມ, ພົນຈັດຕະວາ ພອນໃຈ ພັນທະວົງ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຮັບ ຜິດຊອບແຕ່ລະວຽກງານ ຈົ່ງພ້ອມກັນເອົາໃຈ
ໃສ່ສຸມໃສ່ເຮັດວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ຮຽກຮ້ອງໃຫ້ນັກຮຽນແຕ່ລະສະຫາຍຈົ່ງເອົາໃຈໃສ່ເຂົ້າໃນການຄົ້ນ
ຄວ້າກຳໃຫ້ໄດ້ເນື້ອໃນບົດຮຽນເພື່ອຮັບປະກັນໃນການສອບເສັງຂອງຕົນໄດ້ຄະແນນສູງ ແລະ ໄດ້ຕາມຄາດໝາຍທີ່ວາງໄວ້.