ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມໝາຍຄວາມ​ສຳຄັນ ​ແລະ ບົດບາດ​ວຽກງານ​ພັກ-ວຽກງານ​ການ​ເມືອງ ​ໃນ​ສະພາບ​ການ​ໃໝ່

.
ສະຫາຍ
ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ

     ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໃຫ້ສຳພາດຕໍ່ນັກຂ່າວໜັງ
ສືພິມກອງທັບວ່າ: ອົງຄະນະພັກກົມໃຫຍ່ການເມືອງກອງທັບ ເປັນອົງຄະນະພັກໜຶ່ງເຄື່ອນໄຫວຢູ່ພາຍໃຕ້ການນຳພາໂດຍກົງຮອບດ້ານຂອງ ຄະນະພັກກະຊວງປ້ອງກັນ
ປະເທດ, ເປັນຄະນະພັກຂັ້ນເທິງຂອງບັນດາການຈັດຕັ້ງຮາກຖານພັກໃນອົງການກົມໃຫຍ່ການເມືອງກອງທັບ, ເປັນເສນາທິການໃຫ້ແກ່ ກົມການເມືອງສູນກາງພັກ ກໍຄື
ຄະນະພັກ ກະຊວງປ້ອງກັນປະເທດ ໃນການຄົ້ນຄ້ວາກ່ຽວກັບວຽກງານພັກ-ວຽກງານການເມືອງ ໃນກອງທັບ.

     ຕະຫຼອດໄລຍະຜ່ານມາ, ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ຊີ້ນໍາກ່ຽວກັບການເພີ່ມທະວີບົດບາດການນຳພາຂອງພັກ ເຂົ້າໃນທຸກຂົງເຂດວຽກ
ງານ, ໂດຍຖືເອົາວຽກງານສືກສາອົບຮົມການເມືອງນຳພາແນວຄິດເປັນແຖວໜ້າ, ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ຍຶດໝັ້ນອຸ
ດົມການຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ສາມາດເຄື່ອນໄຫວປະຕິບັດໜ້າທີ່ການເມືອງທີພັກ- ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງເປັນ
ຕົ້ນ: ສຸມໃສ່ການຄົ້ນຄວ້າເຊື່ອມຊຶມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ IV ຂອງຄະນະພັກ
ກະຊວງປ້ອງກັນປະເທດ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຢ່າງແຂງແຮງ ແລະ ມີຮູບປະທໍາຕົວຈິງ, ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດ ການສ່ອງແສງລາຍ
ງານເກັບກຳສະພາບຮອບດ້ານ ຈັດຕັ້ງກອງປະຊຸມເປີດກ້ວາງສະຫຼຸບຕີລາຄາ, ການນຳພາປະຈຳເດືອນ, ປະຈຳໄຕມາດ, ການລົງກໍ່ສ້າງຮາກຖານກອງປະຕິບັດງານ ຢູ່ແຕ່
ລະຈຸດສຸມໃສ່ການສ້າງທ່າສະໜາມ 3 ຂັ້ນ, ສ້າງບ້ານ, ກຸ່ມ ບ້ານພັດທະນະຢ່າງຕໍ່ເນື່ອງ, ຊີ້ນຳອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ເຄື່ອນໄຫວ
ຕາມພາລະບົດບາດ ການປະຕິບັດບັນດາເນື້ອໃນຂໍ້ ແຂ່ງຂັນຂອງຕົນ, ການສ້າງຂະບວນການຕ້ອນຮັບວັນປະຫວັດສາດສຳຄັນ ຂອງຊາດ, ຂອງພັກ, ຂອງກອງທັບ, ກະ
ຕຸກຊຸກຍູ້ການ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ, ນອກຍັງໄດ້ຊຸກຍູ້ເຄື່ອງ ອຸປະໂພກ-ບໍລິໂພກຈາກ
ບັນດາ ຫ້າງຮ້ານພາກລັດ, ເອກະຊົນໄປໃຫ້ນາຍ ແລະ ພົນທະຫານທີ່ພວມປະຕິບັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບ ຢູ່ເຂດທຸລະກັນດານ ແລະ ຫ່າງໄກ
ສອກຫຼີກ.

     ຊຸກຍູ້ວຽກງານສື່ມ່ວນຊົນໃນກອງທັບເຊັ່ນ: ກອງບັນນາທິການໜັງສືພິມກອງທັບ, ວາລະສານປ້ອງກັນຊາດ, ວິທະຍຸ-ໂທລະພາບ, ກອງສິລະປະກອນກອງທັບ, ພິ
ເສດສາມາດສ້າງຕັ້ງໂທລະພາບກອງທັບ ເພື່ອເປັນກະບອກສຽງໂຄສະນາແນວທາງຂອງພັກ-ໂຄສະນາຂະບວນການປັບປຸງກໍ່ສ້າງພັກ, ກໍ່ໍສ້າງກຳລັງປ້ອງກັນຊາດຢ່າງກ້ວາງ
ຂວາງເປັນເຈົ້າການຕອບຕ້ານທຸກຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນທີ່ບໍ່ຫວັງດີຕໍ່ລະບອບການເມືອງ ຂອງພວກເຮົາຢ່າງທັນການ.

     ອາດເວົ້າໄດ້ວ່າພະນັກງານສະມາຊິກພັກແຕ່ລະສະຫາຍ, ຄະນະພັກ-ຄະນະບັນຊາທຸກຂັ້ນໃນອົງການກົມໃຫຍ່ການເມືອງກອງທັບ ຮັບຮູ້ເຂົ້າໃຈເຊື່ອມຊຶມຢ່າງເລິກເຊິ່ງ
ຕໍໍ່ພາລະບົດບາດ ໃນການເປັນເສນາທິການວຽກງານພັກ-ວຽກງານການເມືອງ ໃຫ້ແກ່ທົ່ວກອງທັບ, ທຸກຂົງເຂດວຽກງານກ່ອນຈະສຳເລັດໜ້າທີ່ບົນພື້ນຖານເລີ່ມຈາກ
ວຽກງານພັກ-ວຽກງານການເມືອງ ເຊິ່ງສອດຫ້ອຍເຂົ້າແຕ່ລະຂະແໜງການເຊັ່ນ: ວຽກງານພັກ-ພະນັກງານ, ການຈັດຕັ້ງມະຫາຊົນ, ວຽກງານຍຸຕິທຳ, ວຽກງານນະໂຍ
ບາຍອື່ນໆ, ລ້ວນແຕ່ມີການຊີ້ນຳເປັນເອກະພາບຈາກ ຄະນະພັກກົມໃຫຍ່ການເມືອງກອງທັບ ຕະຫຼອດມາ.

     ສະຫາຍພົນຈັດຕະວາ ວໍລະສານ ວິລັດດາວົງ ຍັງໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັບດ້ານດີນັ້ນ ກໍຍັງມີ ຂໍ້ຄົງຄ້າງ, ວຽກງານການສືກສາອົບຮົມການເມືອງ-ນຳພາ ແນວຄິດ
ເຮັດຫຼາຍແຕ່ບໍ່ທັນ ແຫຼມຄົມ, ບໍ່ທັນເປັນເຈົ້າການໃນທ່າບຸກ, ການປ່ຽນໃໝ່ຊັກຊ້າ, ພະນັກງານສະມາຊິກພັກຈຳນວນໜຶ່ງຍັງ​ບໍ່​ທັນດຸໝັ່ນຫ້າວຫັນ, ຄວາມກະຕືລືລົ້ນຕໍ່
ວຽກງານບໍ່ທັນສູງເດັ່ນ, ວຽງານປັບປຸງກໍ່ສ້າງພັກດ້ານຄຸນນະພາບ, ບົດບາດຮາກຖານພັກບາງກົມກອງຍັງບໍ່ທັນໄດ້ຮັບການເທົ່າທີ່ຄວນ, ສະມາຊິກພັກຈຳນວນບໍ່ໜ້ອຍ
ຍັງຂາດສະຕິນຳໜ້າ, ວຽກງານອົງ ການຈັດຕັ້ງມະຫາຊົນຍັງບໍ່ທັນເຄື່ອນໄຫວຕາມພາລະບົດບາດໃນການສ້າງຂະບວນການບໍ່ທັນແຂງແຮງ.

     ໃນຕໍ່ໜ້ານີ້ເພື່ອສຶບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດຂອງ ກົມໃຫຍ່ການເມືອງກອງທັບ ເວົ້າ ລວມ, ເວົ້າສະເພາະພາຍໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ
ກອງປະຊຸມໃຫຍ່ຄັ້ງທີ V ຂອງ ອົງຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກກົມໃຫຍ່ການເມືອງກອງທັບ ຈະເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນ
ປຶກແຜ່ນແໜ້ນໜາທົ່ວກົມໃຫຍ່ສືບຕໍ່ຊີ້ນຳການເຄື່ອນໄຫວວຽກງານພັກ-ວຽກງານການ ເມືອງໃນກອງທັບນັບມື້ເຂົ້າສູ່ຄຸນນະພາບ, ສະແດງບົດບາດການເປັນເສນາທິ
ການໃນການຄົ້ນຄວ້າວຽກງານພັກ-ວຽກງານການເມືອງ ໃຫ້ແຂງແຮງກວ່າເກົ່າ, ໂດຍສະເພາະແມ່ນຊີ້ນຳບັນດາອົງການວິຊາການດຳເນີນການເຝິກອົບຮົມຂອງຂະແໜງ
ການໃຫ້ຫຼາຍຂຶ້ນ, ເປັນຕົ້ນສຸມໃສ່ຊີ້ນຳໂຮງຮຽນທິດສະດີການເມືອງກອງທັບ ໃຫ້ກາຍເປັນເບົ້າຫຼໍ່ກໍ່ສ້າງພະນັກງານນາຍທະຫານການເມືອງ ໃນສະເພາະໜ້າ ແລະ ຍາວ
ນານ, ເຮັດໃຫ້ບົດບາດວຽກງານພັກ-ວຽກງານການເມືອງ ນັບມື້ນັບສູງຂຶ້ນ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ.