ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳຂັ້ນສູງຕ້ອນຮັບການຢ້ຽມຢາມຂອງປະທານສະພາແຫ່ງຊາດແຫ່ງ ຣາຊະອານາຈັກ ກຳປູເຈຍ

     ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊຳຣິນ ປະທານ
ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ
ນັບແຕ່ວັນທີ 21-23 ມິຖຸນາ 2017 ນີ້, ຢູ່ນະຄອນຫຼວງວຽງຈັນ.


ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບການມາຢ້ຽມຢາມຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

     ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2017 ນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ
ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ ສະມາຊິກສະພາແຫ່ງ
ຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການມາຢ້ຽມຢາມຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

     ເຊິ່ງມີກອງກຽດຕິຍົດກອງທັບປະຊາຊົນລາວ ເລີ່ມບັນເລງເພງຊາດຂອງຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ຕາມລຳດັບ, ພ້ອມທັງຮຽນເຊີນປະ
ທານສະພາທັງສອງກວດແຖວກອງກຽດຕິຍົດ ແລະ ແນະນຳຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຂອງທັງສອງຝ່າຍໃຫ້ກັນ ແລະ ກັນໄດ້ຮັບຊາບ.


ທ່ານ ນາງ ປານີ ຢາທໍ່ຕູ້ ຕ້ອນຮັບການມາຢ້ຽມຢາມຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

     ຫຼັງຈາກນັ້ນໄດ້ເຂົ້າຮ່ວມພົບປະສອງຝ່າຍ, ເຊິ່ງທັງສອງສະພາແຫ່ງຊາດຕ່າງກໍໄດ້ຜັດປ່ຽນກັນແຈ້ງສະພາບການອັນພົ້ນເດັ່ນຂອງການພັດທະນາເສດຖະ
ກິດ-ສັງຄົມ, ວຽກງານອົງການນິຕິບັນຍັດ ແລະ ວຽກງານ ອື່ນໆຂອງສອງປະເທດໃນໄລຍະຜ່ານມາ, ໃນຕໍ່ໜ້ານີ້ ທັງສອງຝ່າຍສືບຕໍ່ແລກປ່ຽນການຢ້ຽມ
ຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ, ຂັ້ນກຳມາທິການ, ຄະນະມິດຕະພາບ, ສະມາຊິກສະພາແຫ່ງຊາດເພດຍິງ, ຄະນະເລຂາທິການສະພາແຫ່ງຊາດ
ແລະ ວິຊາການຂັ້ນຕ່າງໆ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນສ້າງສັນຕິ
ພາບ, ມິດຕະພາບ ແລະ ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ໄດ້ຮັບຜົນສຳເລັດ.

     ໃນຕອນບ່າຍຂອງວັນດຽວກັນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ໄດ້ໄປວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ
ເພື່ອລະນຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງພະນັກ ງານ-ນັກຮົບທີ່ເສຍສະຫຼະຊີວິດເພື່ອປະເທດຊາດໃນຕະຫຼອດໄລຍະທີ່ຜ່ານມາ.

     ພ້ອມທັງເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢູ່ທີ່ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ, ເຂົ້າຢ້ຽມຂໍ່າ
ນັບ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ຢູ່ທີ່ສຳນັກງານປະທານປະເທດ (ຫໍຄຳ).

     ເຊິ່ງການນຳຂັ້ນສູງຂອງ ສປປ ລາວ ລ້ວນແຕ່ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍເປັນຢ່າງຍິ່ງຕໍ່ການມາຢ້ຽມຢາມສັນຖະວະໄມຕີຂອງ ສົມ
ເດັດມະຫາ ໂປເຢຍ ຈັກກຣີ ເຮັງຊຳຣີນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້, ເຊິ່ງຈະເປັນ
ການປະກອບສ່ວນຢ່າງສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເຄີຍມີມູນເຊື້ອມາແລ້ວໃຫ້
ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.